AccueilRecettesLaosFriture

Craquelins de porc

(5 votes) • par Ta minjoon

1 Kg · Difficile · 60 min · Moyen

Comment faire des craquelins de porc à la maison. Allons-y !

Ingrédients

Préparation

1. ນໍາເອົາຫນັງຫມູມາລ້າງຂູດຂີ້ໄຄອອກ ລ້າງໃຫ້ກ້ຽງດີ, ລອກຊັ້ນນໍ້າມັນອອກ ປະໄວ້ຕິດຫນັງ 2 ມິນ (ຊັ້ນນໍ້າມັນທີ່ລອກອອກໃຫ້ຊອຍເປັນຕ່ອນນ້ອຍບາງກຽມໄວ້) ແລ້ວໃຊ້ສ້ອມແທງໆລົງຫນັງຫມູ ຈາກນັ້ນຊອຍເປັນຕ່ອນຍາວ 2 ນິ້ວ ກວ້າງເຄິ່ງນິ້ວ ເຊິໄວ້ໃຫ້ສະເດັດນໍ້າ.

2. ປະສົມນໍ້າສົ້ມສາຍຊູກັບເກືອໃຫ້ເຂົ້າກັນ ແລ້ວນໍາໄປລາດໃສ່ຫນັງທີ່ກຽມໄວ້ ຊາວໃຫ້ທົ່ວ ຫມັກໄວ້ 8-10 ນາທີ ເມື່ອຄົບເວລາ ເຊິຫນັງຫມູພັກໄວ້ໃຫ້ສະເດັດນໍ້າ.

3. ໃຊ້ຫມໍ້ຂາງສໍາລັບການທອດ ໃຊ້ຄ່ອຍ ໃສ່ນໍ້າມັນພຶດລົງເຂ່ຍໃຫ້ທົ່ວຫມໍ້ ນໍາເອົາຊັ້ນນໍ້າມັນທີ່ກຽມໄວ້ລົງໄປຈຽວກ່ອນ 2 ນາທີ ແລ້ວຈຶ່ງນໍາຫນັງເອົາລົງຈຽວ ການຈຽວຕ້ອງໄດ້ຫມັ່ນຄົນ ຈຽວຈົນສັງເກດເຫັນວ່າຫນັງຫມູໂພງຂຶ້ນເປັນຄືຟອງອາກາດທົ່ວແຜ່ນຫນັງ ຂັ້ນຕອນນີ້ແມ່ນໃຊ້ໄຟອ່ອນ ລະວັງຢ່າໃຫ້ເຫລືອງໄຫມ້, ເມື່ອໄດ້ທີ່ປົງຫມໍ້ພັກໄວ້ໂດຍການປະຫນັງຫມູແຊ່ໄວ້ໃນນໍ້າມັນເລີຍ ເປັນເວລາ 24 ຊົ່ວໂມງ.

4. ເມື່ອຄົບ 24 ຊົ່ງໂມງແລ້ວ ເຊິຫນັງຫມູອອກພັກໄວ້ ນໍາເອົານໍ້າມັນທີ່ແຊ່ຫນັງຫມູນັ້ນໄປຄ້າງໄຟ ໃຊ້ໄຟແຮງນ້ອຍຫນຶ່ງ ພໍນໍ້າມັນຮ້ອນຈື່ງເອົາຫນັງຫມູລົງໄປທອດໄດ້ ເມື່ອເຫັນວ່າຫນັງຫມູໂພງຕາມຮູບ ຕັກຂື້ນຢ່າໃຫ້ໄຫມ້ເດີ.

Votre note (1 = bor mak, 5 = mak lai)


Commentaires

ຂອບໃຈທີ່ ແຊ ສູດນີ້, ກຳລັງຢາກໄດ້ພໍດີ 😊🙏
ຍິນດີເດີ ລອງເຮັດເບີ່ງຈະອອກມາຄືໃນຮູບບໍ່ 🥰🥰
Khop jai thi shere soud
ຂອບໃຈທີ່ແຊສູດ

Voir aussi

 
Le lien a été copié dans votre presse-papiers.