ສ້າງຄອນເທັນ

ເພີ່ມງານ

ໝວດໝູ່

ໜ້າຫຼັກງານທັງໝົດລາວນະຄອນຫຼວງວຽງຈັນສີສັດຕະນາກ

ເທດສະການກຽມຄວາມພ້ອມສູ່ການເຮັດວຽກ Ready4Work festival 2023

27 ມີນາ 2023 10:00 - 29 ມີນາ 2023 18:00 • ບໍ່ມີຜູ້ຕິດຕາມ

ເທດສະການກຽມຄວາມພ້ອມສູ່ການເຮັດວຽກ ຈັດຂຶ້ນເພື່ອແນໃສ່ ຍົກສູງຜະລິດຕະພາບຂອງແຮງງານໃນຂະແໜງການກະສິກຳ, ອຸດສາຫະກຳ ແລະ ການບໍລິການ, ສັງລວມຄວາມຕ້ອງການແຮງງານຂອງສະຖານປະກອບການ ແລະ, ປັບປຸງການສະໜອງການຝຶກອົບຮົມຕົວຈິງໃນສະຖານປະກອບການ ເປັນຕົ້ນຕໍ ເພື່ອເພີ່ມທັກສະ ແລະຄວາມຊຳນານງານ ໃນການປະຕິບັດໜ້າວຽກຕົວຈິງ.
ໂດຍມີຈຸດປະສົງ
- ເພື່ອສ້າງກິດຈະກຳທີ່ເຊື່ອມໂຍງລະຫວ່າງນັກຮຽນ, ຜູ້ຊອກວຽກ ແລະ ບັັນດາຫົວໜ່ວຍທຸລະກິດ, ກຸ່ມສະມາຄົມ, ວິທະຍາໄລເຕັກນິກວິຊາຊີບ ລວມທັງຜູ້ຊ່ຽວຊານໃນຫຼາຍຂະແໜງການໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຈ້າງງານ ແລະ ຕະຫຼາດແຮງງານ, ທັກສະທີ່ຈຳເປັນສຳລັບຜູ້ຊອກວຽກ ແລະ ການກຽມພ້ອມກ່ອນສະໝັກວຽກ.
- ເພື່ອເປັນການຍ້ອງຍໍ - ຊົມເຊີຍ ແລະ ໃຫ້ລາງວັນ ກັບຫົວໜ່ວຍແຮງງານ/ສະຖານປະກອບການ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາ ແລະ ພັດທະນາທັກສະສືມີ ສ້າງໃຫ້ແຮງງານຄຸນນະພາບອອກສູ່ຕະຫຼາດແຮງງານ.

ເປີດໃຫ້ຈັບຈ່ອງພື້ນທີ່ ແລະ ຕັ້ງບູດ ແລ້ວ
ໃນລະຫວ່າງວັນທີ 27-29 ມີນາ 2023
📌 ທີ່ ສູນການຄ້າວຽງຈັນເຊັນເຕີ
-----------------------------------------------------

☎️ ສອບຖາມຂໍ້ມູນໂທ&ວອັດແອັບ:
ປາວິນາ: 020 29 451 449
ວິໄລລັກ: 020 54 849 595
-----------------------------------------------------
Hotline: 020 23693639

💸ພິເສດ! ສຳລັບສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ໄດ້ຮັບສ່ວນຫຼຸດທັນທີ 20%


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ