ເປັນຮ້ານອາຫານທີ່ໄດ້ຮັບເຄື່ອງຫມາຍຈາກເມືອງວ່າເປັນຮ້ານອາຫານແບບຢ່າງດ້ານສຸຂະອານາໄມ ເປັນຮ້ານອາຫານລາວທ້ອງຖິ່ນໂດຍສະເພາະມີອາຫານທີ່ຫຼາກຫຼາຍແລະນ່າສົນໃຈເມນູແນະນຳເພິ່ນແມ່ນ ກ້ອຍປາເຄິງ ແລະ ຈືນປາເຄິງໃສ່ປາແດກ ຣົດຊາດກ້ອຍປາແມ່ນແຊບກິນງ່າຍບໍ່ຄາວເລີຍຄົນບໍ່ມັກກິນປາກະກິນໄດ້ ສ່ວນຈືນປາໃສ່ປາແດກແມ່ນແຊບແຮງເພິ່ນເສີບຕ່ອນປາເນັ້ນໆຕ່ອນໃຫ່ຍໆ ຣົດຊາດບໍ່ເຄັມແລະພໍດີກິນມີຄວາມຫອມຂອງເຄື່ອງເທດແລະປາແດກເຂົ້າກັນສຸດໆ ສ່ວນຕົ້ມຍຳປາກໍ່ຄວາມແຊບໃນແບບຂອງເພິ່ນ ພາຍໃນຮ້ານສະອາດກວ້າງຂວາງ ເປັນຮ້ານທີ່ແຊບແບບຕົ້ນຕຳລັບອີ່ຫຼິໃຜທີ່ໄດ້ຜ່ານມາທາງປາກກະດິງບອກເລີຍບໍ່ຄວນພາດທີ່ຈະແວ່ຊິມອາຫານຮ້ານນີ້ດີງາມແຮງ👍🏻😋
ປລ. ຂັບລົດຂຶ້ນໄປ ຫຼື ຈອດໄວ້ດ້ານລຸ່ມແລ້ວຢ່າງຂຶ້ນໄປກໍໄດ້
ເມນູເດັດ: ກ້ອຍປາເຄິງ, ຈືນປາເຄິງໃສ່ປາແດກ, ຕົ້ມຍຳ, ຕົ້ມຍຳປາເຄິງ
ອາຫານເຊົ້າ, ອາຫານສວາຍ, ອາຫານແລງ, ຮ້ານອາຫານ, ອາຫານລາວ, ຝາກລົດຟຣີ, ນັ່ງກິນຢູ່ຮ້ານ, ໂທສັ່ງລະມາເອົາເອງ, ຫ້ອງນ້ຳ, ຮັບເງິນສົດ, Onepay
ຍັງບໍ່ມີຣີວິວເທື່ອ! ຂໍຄົນທຳອິດຣີວິວໃຫ້ແນ່!