ໜ້າຫຼັກລາວນະຄອນຫຼວງວຽງຈັນຈັນທະບູລີຮ້ານອາຫານ

Kaogee Le Triomphe (ເຂົ້າຈີ່ຄາເຟ່ຫຼັງ ມສ ວຽງຈັນ)

(0 ຣີວິວ) • ₭₭

ເປັນຮ້ານຄາເຟ່ ທີ່ມີເມນູເດັດແມ່ນເຂົ້າຈີ່ ເຊິ່ງຈະມີຫຼາຍໆແບບໃຫ້ເລືອກ ເປັນເຂົ້າຈີ່ປາເຕ້ແບບລາວທົ່ວໄປ ແລະ ເປັນແບບໃສ່ແຮມໃສ່ຊີສກໍມີຖ້າໃຜມັກແບບສະຕາຍຝຣັ່ງ😋 ສ່ວນຣົດຊາດຖືວ່າແຊບໃຊ້ໄດ້ສົມກັບລາຄາ😅 ເຂົ້າຈີ່ເພິ່ນຈະເນື້ອແຫນ້ນແປ້ງກອບນອກນຸ້ມໃນ. ອີກເມນູທີ່ແຊບບໍ່ແພ້ກັນຄື ເຂົ້າຈີ່ຊີ້ນຫມ້າຍ ເສີບໄຂ່ດາວ 2 ໜ່ວຍຕາມດ້ວຍຊີ້ນຫມ້າຍ 2 ອັນ ແລະ ເຂົ້າຈີ່ຮ້ອນໆ 1 ກ້ອນ. ເປັນເມນູອາຫານເຊົ້າເບົາໆແຕ່ອີ່ມແບບຈຸກໆ, ພາຍໃນຮ້ານຕົບແຕ່ງທັນສະໄຫມຫຼູຫຼາຕາມສະຕາຍຂອງເຂົ້າຈີ່ຄາເຟ່. ນອກຈາກທາງໃນຮ້ານກໍຈະມີທາງດ້ານນອກຮ້ານທີ່ສາມາດນັ່ງໄດ້ຄືກັນ. ບັນຍາກາດດີມຸມຖ່າຍຮູບກະງາມໄປອີກແບບ.

ເມນູເດັດ: ເຂົ້າຈີ່ຊີ້ນໝ້າຍໄຂ່ດາວ, ເຂົ້າຈີ່ປາເຕ້, ເຂົ້າຈີ່ແຮມປາຣີສແລະຊີສ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ