ໜ້າຫຼັກລາວນະຄອນຫຼວງວຽງຈັນຈັນທະບູລີຮ້ານອາຫານ

3 Sao Hotpot (ຕະຫຼາດວັງທອງ450ປີ)

(0 ຣີວິວ) • ₭

ເປັນຮ້ານບຸບເຟ່ຊີ້ນຈຸ່ມທີ່ກິນໄດ້ບໍ່ອັ້ນ ມີຊີ້ນ,ຜັກ,ອາຫານປຸງສຸກ,ສະລັດ,ນໍ້າຫວານ ແລະ ລວມເຄື່ອງດື່ມໃຫ້ຄົບໃນລາຄາບຸບເຟ່ ຜູ້ລະ 69,000ກີບ ເດັກນ້ອຍຕ່ຳກວ່າ 110cm ກິນຟຣີ , ເດັກນ້ອຍສູງ 110cm - 125cm ລາຄາ 30,000 ກີບ.​ ເດັກນ້ອຍສູງເກີນ 155cm ຂື້ນໄປລາຄາປົກກະຕິ. ສ່ວນນໍ້າຊຸບ ມີ 4 ແບບໃຫ້ເລືອກ ນໍ້າຊຸບໃສແມ່ນຟຣີ ສ່ວນນໍ້າຊຸບຫມາລ້າ,ຊຸບຕົ້ມຍຳ,ຊຸບປາແຫ້ງ ແມ່ນຈ່າຍເພີ່ມ 15,000ກີບ ເປັນບຸບເຟ່ທີ່ລູກຄ້າຕັກເອງ ຈະມີໂຊກຜັກ ແລະ ໂຊນຊີ້ນໄວ້ໃຫ້ ຣົດຊາດໃຊ້ໄດ້ບວກກັບລາຄາທີ່ເຫມາະສົມເຮັດໃຫ້ລູກຄ້າເຕັມທຸກມື້ ແລະ ທາງຮ້ານເພິ່ນຍັງມີອີກສາຂາໜຶ່ງຢູ່ທີ່ດົງໂດກນຳໃຜສະດວກແຖວໃດກະໄປຕາມໄດ້ເລີຍສຳລັບສາຍບຸບເຟ່.

ເມນູເດັດ: ຊີ້ນຈຸ່ມ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ