ໜ້າຫຼັກລາວນະຄອນຫຼວງວຽງຈັນຫາດຊາຍຟອງຮ້ານອາຫານ

ຮ້ານແຊບຊຽງຂວາງ

(1 ຣີວິວ) • ₭

ຮ້ານເພີ່ນເປີດຢູ່ຊຽງຂວາງມາຫຼາຍສິບປີ! ຕອນນີ້ ໄດ້ມາເປີດສາຂາ ຢູ່ນະຄອນຫຼວງວຽງຈັນ ຢູ່ບ້ານສາລະຄຳ ໃກ້ໂຮງງານເບຍລາວ. ລູກຄ້າເພີ່ນຫຼາຍ ແນ້ນຮ້ານທຸກມື້! ໄຮໄລ້ ແມ່ນປີ້ງເອັນເຫຼືອງ, ປີ້ງໄສ້, ປີ້ງລີ້ນ, ປີ້ງນົມ ທີ່ເປັນຊີ້ນງົວ. ສົ່ງຕົງຈາກແຂວງຊຽງຂວາງ ສົດໃໝ່ທຸກໆເຊົ້າ ພ້ອມທັງຜັກສົດເຊັ່ນຜັກຄາວທອງແດງ ຜັກຫອມ ກໍ່ສົ່ງມາຈາກແຂວງຊຽງຂວາງຄືກັນ. ນອກນີ້ນ້ຳແຈ່ວທີ່ເປັນເອກະລັກແບບຊຽງຂວາງ ກິນຢູ່ຊຽງຊວາງແບບໃດ ຢູ່ນະຄອນຫຼວງກໍ່ແບບດຽວກັນເລີຍເຈົ້າ!

ເມນູເດັດ: ປີ້ງເອັນເຫຼືອງ, ປີ້ງລີ້ນ, ປີ້ງນົມ, ປີ້ງເອັນ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ລວມຣີວິວຮ້ານນີ້ຈາກລູກຄ້າ


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ