ໜ້າຫຼັກລາວນະຄອນຫຼວງວຽງຈັນສີໂຄດຕະບອງຮ້ານອາຫານ

ຮ້ານເຂົ້າຈີ່ດົງນາໂຊກ

(0 ຣີວິວ) • ₭₭

ຖ້າບໍ່ແຊບ ບໍ່ຢູ່ມາຮອດ30ກວ່າປີ. ເຂົ້າຈີ່ຮ້ານແຊບໃນຕຳນານ ຮ້ານທີ່ຍັງຄົງໃຊ້ວີທີການອົບເຂົ້າຈີ່ແບບດັ້ງເດີມ; ເຊິ່ງໃຊ້ເວລາກວ່າ 3 ຊົ່ວໂມງໃນການອົບ. ເຂົ້າຈີ່ຈະເລີ່ມອອກຈາກເຕົາຕອນ 11:00 ໂມງ ພ້ອມກັບ ຂາຍເຂົ້າຈີ່ປາເຕ້ໄປພ້ອມກັນ. ແລະ ຍັງມີ ເຂົ້າຈີ່ນົມ ເຂົ້າຈີ່ນົມເນີຍ, ເຂົ້າຈີ່ເພີ່ນມີ3ຂະຫນາດ: ກ້ອນນ້ອຍ, ກາງ, ໃຫ່ຍ. ເພີ່ນຍັງມີປາເຕ້ຂາຍແຍກກ່ອງ 10,000ກີບ. ເຂົ້າຈີ່ແມ່ນມີຄວາມກອບນອກນຸ່ມໃນ ກິນຕອນອອກເຕົາສົດໆຮ້ອນໆ ຄືຟີນສຸດ ຫຼື ຈະກິນແບບໃສ່ປາເຕ້ກະແຊບຄືກັນ. ແຕ່ຖ້າເປັນສາຍຫວານຕ້ອງລອງເຂົ້າຈີ່ຮ້ອນໆໃສ່ກັບເນີຍ ແລະ ລາດນົມຕາມໄປ ຄືແບບມີຄວາມຫອມຫວານມັນລະມຸນສຸດໆໄປເລີຍ. ສຳຫຼັບໃຜທີ່ຢາກໄປລອງຊິມແມ່ນຮ້ານເປີດທຸກມື້ ( ປິດທຸກໆວັນສິນ15ຄ່ຳ ).

ເມນູເດັດ: ເຂົ້າຈີ່ປາເຕ້



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ