ໜ້າຫຼັກລາວນະຄອນຫຼວງວຽງຈັນຈັນທະບູລີຮ້ານອາຫານ

cafe ango

(2 ຣີວິວ) • ₭₭

ເປັນຮ້ານອາຫານຍີ່ປຸ່ນນ້ອຍໆນ່າຮັກໃນໃຈມຸມກາງເມືອງ ໃຫ້ຟິວຍີ່ປຸ່ນສຸດໆເພາະເຈົ້າຂອງເປັນຄົນຍີ່ປຸ່ນ ບັນຍາກາດພາຍໃນຮ້ານອົບອຸ່ນ ນ່າຮັກ ມິດງຽບດີ ຈັດສັນຮ້ານໄດ້ເປັນລະບຽບມີເບາະໃຫ້ນັ່ງກິນຢູ່ພື້ນ ມີເມນູອາຫານຫຼາຍຢ່າງ ແລະ ມີຂອງຫວານນຳ ໄດ້ລອງສັ່ງເຂົ້າໜ້າໄກ່ ແຊບແຮງ!! ໄກ່ມີຄວາມກອບນອກນຸ້ມໃນສຳຜັດເຖິງລົດຊາດຂອງຊີ້ນໄກ່ໄດ້ເຕັມໆ ຜັກທີ່ໃສ່ປະກອບມາໃນຖ້ວຍກະລົງໂຕເໝາະສົມພໍດີເປ໊ະ ກິນພ້ອມກັບເຂົ້າຈ້າວຍີ່ປຸ່ນຫອມໆ ແລະ ອີກເມນູທີ່ຂໍແນະນຳແມ່ນກະແລ້ມຊາຂຽວ ມັນຫອມໂຄດໆ ເຂັ້ມຂົ້ນສຸດໆ ໃຜໄປຂໍແນະນຳໃຫ້ລອງເດີ້ ແຊບຫຼາຍຮ້ານນີ້ ມື້ໜ້າຕ້ອງໄດ້ໄປລອງເມນູອື່ນໆອີກແລ້ວ 😋👍🏻

ເມນູເດັດ: ເຂົ້າໜ້າໄກ່, ກະແລ໋ມຊາຂຽວ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ລວມຣີວິວຮ້ານນີ້ຈາກລູກຄ້າ

ຮ້ານນີ້ແຊບໄກ່ນຸ້ມ ເປັນການກິນໄກ່ທີ່ບໍ່ຕິດນ້ຳມັນແລ້ວແຊບ😂

ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ