ໜ້າຫຼັກລາວຄໍາມ່ວນເມືອງທ່າແຂກຮ້ານອາຫານ

ປີ້ງຫມູ ນາງວິໄລວັນ(ຫຍໍ້)

(0 ຣີວິວ) • ₭₭

ມາຮອດແລ້ວສິ່ງທຳອິດທີ່ແນະນຳໃຫ້ສັ່ງຄື ປີ້ງໝູ, ໃນ1ຊຸດລວມມີ ປີ້ງໝູໝັກສູດພິເສດ ກອບນອກນຸ້ມໃນ ເນື້ອຊຸ່ມບໍ່ກອບແຫ້ງ ຕິດມັນແຕ່ບໍ່ລ້ຽນ, ໄສ້ປີ້ງ ແຊບສະອາດ ຂົມນິດໆ ແຕ່ບໍ່ເໝັນຄາວ, ຜັກສົດ, ເຂົ້າປຸ້ນ ແລະ ແຈ່ວຖົ່ວ.
ຍຳຫູໝູ ລົດຊາດແບບລາວຫອມເຄື່ອງຍຳ, ເລືອດແປງສົດ (ປາດເອງບໍ່ໃຊ້ເລືອດຈາກຕະຫຼາດ)
ຮ້ານຕັ້ງແຄມທາງໃຫຍ່13ໃຕ້ ຊອກຫາງ່າຍ ອາຫານລົດຊາດດີ ລາຄາບໍ່ແພງ ເລີ່ມຕົ້ນ 15,000ກີບ.
(ເລືອດແປງ ຈານລະ 15,000 ກີບ. ປີ້ງໝູຊຸດລະ 30,000 ກີບ)

ເມນູເດັດ: ປີ້ງໝູ, ປີ້ງໄສ້



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ