ເປັນຮ້ານອາຫານທີ່ຢາກໃຫ້ທຸກຄົນໄດ້ໄປລອງອີ່ຫຼີ ອາຫານແຊບພະນັກງານບໍລິການດີ ເປັນຮ້ານອາຫານແບບ Fine dining ຂ້າງຮ້ານຈະເປັນສະດອກບົວ ຂະຫນາດໃຫ່ຍນັ່ງກິນແລ້ວຊົມວິວທຳມະຊາດງາມໆພ້ອມບັນຍາກາດໂຄດດີ ອາຫານທຸກຢ່າງແມ່ນແຊບເກີນບັນຍາຍ ຕຳຫມາກຫຸ່ງຫຼວງພະບາງທີ່ທຸກຄົນຕ້ອງສັ່ງພ້ອມກັບເອາະຫຼາມໄດ້ຮັບລົດຊາດຂອງຄວາມເປັນຫຼວງພະບາງແທ້ໆແບບຕົ້ນຕຳລັບ. ການຈັດຈານ ການດູແລຂອງພະນັກງານມີຄວາມເອົາໃຈໃສ່ທຸກຂັ້ນຕອນ. ຖ້າໄດ້ມາທ່ຽວຫຼວງພະບາງຢາກໃຫ້ທຸກຄົນມາລອງອາຫານຮ້ານນີ້.
ເມນູເດັດ: ຕຳໝາກຫຸ່ງ, ເອາະຫລາມ
ອາຫານສວາຍ, ຂອງກິນຫຼິ້ນ, ອາຫານແລງ, ຮ້ານອາຫານ, ອາຫານຄ່ຳສຸດຫຼູ, ອາຫານຝລັ່ງ, ອາຫານລາວ, ນັ່ງກິນຢູ່ຮ້ານ, ໂທສັ່ງລະມາເອົາເອງ, ຫ້ອງນ້ຳ, ຈອດລົດແຄມທາງ, ຟຣີ wifi, ຮັບເງິນສົດ, Onepay
ຍັງບໍ່ມີຣີວິວເທື່ອ! ຂໍຄົນທຳອິດຣີວິວໃຫ້ແນ່!