ເປັນຮ້ານເຂົ້າປຸ້ນເຈົ້າເກົ່າຮ້ານດັງ! ທີ່ລູກຄ້າເຕັມຮ້ານຕະຫຼອດເປັນຮ້ານທີ່ຂາຍຢູ່ໃນຮ່ອມຕະຫຼາດສົດຕອນເຊົ້າ. ຖ້າໄປຊ່ວງເທດສະການຈະໄດ້ລໍຖ້າຄິວດົນໜ້ອຍໜຶ່ງ ເມນູເດັດອີກຢ່າງຂອງຮ້ານນີ້ແມ່ນເຂົ້າປຸ້ນນໍ້າພິກ ແຊບແຮງ👍🏻ມີຄວາມຫອມໆມັນໆຂອງນໍ້າກະທິແທ້ໆໃສ່ມາກັບເຄື່ອງໃນຫມູແຕ່ຮູ້ສຶກວ່າເຂົ້າກັນບໍ່ຄາວບໍ່ລ້ຽນເລີຍ ຖ້ວຍລະ 20,000 ກີບ. ຖືວ່າຄຸ້ມແຮງໃຜທີ່ເປັນສາຍເຂົ້າປຸ້ນແນະນຳໃຫ້ໄປລອງຮ້ານນີ້ລອງເບິ່ງ.
ມີບໍລິການຮັບສົ່ງຂອງຮ້ານ
ອາຫານເຊົ້າ, ອາຫານແຄມທາງ, ອາຫານລາວ, ນັ່ງກິນຢູ່ຮ້ານ, ໂທສັ່ງລະມາເອົາເອງ, ຮັບເງິນສົດ, Onepay, ມີບໍລິການຮັບສົ່ງຂອງຮ້ານ
ຍັງບໍ່ມີຣີວິວເທື່ອ! ລີວິວເລີຍ!