ຈຸດເຊັກອິນອີກຮ້ານທາງໄປຕາດກວາງຊີຕ້ອງກະແລ້ມນົມຄວາຍ ທີ່ນີ້ເປັນຟາມລ້ຽງຄວາຍແລະໃຫ້ຄວາມຮູ້ກ່ຽວກັບຄວາຍ ຈຸດເດັ່ນຂອງຮ້ານນີ້ແມ່ນກະແລ້ມທີ່ເຮັດຈາກນົມຄວາຍແທ້ຈອກລະ15,000ກີບ. ເພິ່ນມີຫຼາຍຣົດຊາດໃຫ້ເລືອກ ແຕ່ໄດ້ລອງຊິມສາມຣົດຊາດທີ່ເຫັນໃນຮູບແມ່ນຣົດງາດຳ,ວານິລາ ແລະ ຂີງ. ແຕ່ລະຣົດຊາດຈະມີຄວາມຫອມໆທີ່ແຕກຕ່າງກັນໄປ ສ່ວນໂຕແມ່ນມັກຣົດຂີງມີຄວາມຫອມຂີງອ່ອນໆ ຖ້າຢາກຊິມແບບດັ້ງເດີມແນະນຳຣົດວານິລາ ຫວານມັນແຕ່ບໍ່ຫວານຈົນເກີນໄປໂດຍລວມຖືວ່າແຊບໃຊ້ໄດ້.
ເມນູເດັດ: ກະແລ໋ມນົມຄວາຍ
ຂອງກິນຫຼິ້ນ, ເບກເກີຣີ່, ອາຫານລາວ, ນັ່ງກິນຢູ່ຮ້ານ, ໂທສັ່ງລະມາເອົາເອງ, ຫ້ອງນ້ຳ, ຈອດລົດແຄມທາງ, ຮັບເງິນສົດ, Onepay
ຍັງບໍ່ມີຣີວິວເທື່ອ! ຂໍຄົນທຳອິດຣີວິວໃຫ້ແນ່!