ໜ້າຫຼັກສູດອາຫານລາວປະເພດລາບ/ກ້ອຍ/ຊອຍ/ແຊ່

ລາບຫມູ

(1 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ປານກາງ · 40 ນາທີ · ປານກາງ

ບອກໄດ້ເລີຍ ວ່າ ລາບຫມູ ເປັນອາຫານປະຈຳຊາດຂອງຄົນລາວເລີຍ. ເຮັດງ່າຍ ແລະ ແຊບທຸກເທື່ອເລີຍຂໍບອກ. ໃຜບໍ່ເຄີຍລອງແຕ່ງກິນ ກະລອງເບິ່ງເດີ ຕາມນີ້.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ຄ້າງຫມໍ້ໃສ່ນ້ຳປະມານເຄິ່ງລິດໃຫ້ຟົດ. ໃສ່ເກືອຢິບມືຫນຶ່ງ ແລະຕາມດ້ວຍຕັບ. ຕົ້ມຈົນສຸກ ອອກມາປະໃຫ້ເຢັນ ແລ້ວເອົາມາຊອຍບາງໆ.

ຂັ້ນຕອນ 2. ຂົ້ວຫມູທີ່ຟັກນັ້ນໃສ່ ເກືອເຄິ່ງບ່ວງກາເຟ ໃຫ້ສຸກພໍດີ ແລະ ປະໄວ້ໃຫ້ເຢັນ.

ຂັ້ນຕອນ 3. ປະສົມຊີ້ນຫມູ, ຕັບ, ແລະ ຫມາກຖົ່ວທີ່ກຽມໄວ້ ໃສ່ຊາມ. ຕື່ມນ້ຳປາ, ແປ້ງນົວ, ຫມາກນາວ, ເຂົ້າຂົ້ວ, ຫມາກເຜັດ, ບົ່ວແດງ, ກະທຽມ ແລະຄົນເຂົ້າກັນ ຊີມລົດຊາດໃຫ້ພໍດີ.

ຂັ້ນຕອນ 4. ໃສ່ຫອມທັງຫມົດທີ່ຊອຍລົງໄປ ຄົນເບົາໆ ໃຫ້ເຂົ້າກັນ, ຊີມແລ້ວເສີບ. ແຊບ!!

ເຄັດລັບ: ກ່ອນຊິເສີບຈຶ່ງເອົາຫອມໃສ່ ແລ້ວຄົນຫນ້ອຍຫນຶ່ງ ເພື່ອບໍ່ໃຫ້ຜັກຫອມຊ້ຳ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ