ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ເຂົ້າຈີ່ຍັດໄສ້ ຂົ້ວຊີ້ນເນັ້ນໆ

(1 ໂຫວດ) • ໂດຍ Kimmi Kim

4 ຄົນ · ງ່າຍ · 30 ນາທີ · ປານກາງ

ເຂົ້້າຈີ່ຍັດໄສ້ ແບບນີ້ ເປັນການມາເຈີກັນລະຫວ່າງ ເຂົ້້າຈີ່ຝລັ່ງ ແລະ ຂົ້ວຊີ້ນແບບລາວ. ອັນທີ່ຈິງ ຂົ້້ວຊີ້ນແລ້ວໆ ພັດລືມຫຸງເຂົ້າ. ເລີຍຈັບເຂົ້າຈີ່ມາແທນ ອອກມາເປັນເມນູນີ້ :)

ເຄື່ອງປຸງ

ວິທີເຮັດ

1. ເອືອບຊີ້ນໃສ່ ຄະນໍ, ນ້ຳມັນຫອຍ, ພິກໄທ, ສະອິ້ວຂາວ ປະໄວ້ 5 ນາທີ

2 ຫລັງຈາກ 5 ນາທີແລ້ວ , ເລີ່ມຈຽວກະທຽມ ແລະ ຫົວບົ່ວໃຫຍ່ ໃສ່ນ້ຳມັນໃຫ້ຫອມ. ເອົາຊີ້ນລົງຂົ້້ວໃຫ້ສຸກປະມານ 5 ນາທີ. ໃຫ້ນ້ຳແຫ້ງ.

3. ເອົາອອກມາພັກໃສ່ຈານໄວ້ໃຫ້ພໍອຸ່ນ

4. ປາດເຂົ້າຈີ່, ທາເນີຍ ແລະ ມາຢອງເນສ, ເອົາໝາກແຕງ, ຫມາກເລັ່ນ, ຜັກສະຫລັດ ໃສ່. ຕາມດ້ວຍ ຊີ້ນຂົ້ວ ແລະ ເອົາຫອມປ້ອມໃສ່ທາງໜ້າ ແລະໂຮຍພິກໄທອີກໜ້ອຍໜຶ່ງ. ກິນໄດ້ເລີຍ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ