ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ປູຜັດຜົງກະລີ່

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ປານກາງ · 20 ນາທີ · ປານກາງ

ໄດ້ປູສົດໆ ມາແຕ່ຕະຫລາດ.​ ເລີຍຈັດການ ເຮັດຜັດຜົງກະຫລີ່ ເລີຍສະ.​ ເຮັດງ່າຍໆ ແຕ່ ອອກມາ ແຊບເວີ້້ ຈົນເລຍມື :)

ເຄື່ອງປຸງ

ວິທີເຮັດ

1. ປະສົມ ນ້ຳຊ໊ອສ ໃສ່ຖ້ວຍກ່ອນ: ໂດຍການ ໃສ່ໄຂ່, ​ນົມສົດ,​ ຜົງກະລີ່, ນ້ຳມັນຫອຍ, ສະອິ້ວຂາວ,​ນ້ຳຕານ,​ ຜົງປຸງລົດດີ ຫລື ຄະນໍ ,​ພິກເຜົາ.​ ຄົນໃຫ້ເຂົ້າກັນລະອຽດ.

2. ຕັ້ງ​ຫມໍ້ຂາງ ໃສ່ນ້ຳມັນ ຂົ້ວກະທຽມ​ແລະ​ ຫົວຜັກບົ່ວ ໃຫ້ເຫລືອງຫອມ.​ ແລ້ວຈິ່ງ ເອົາປູລົງ ຂົ້ວໃຫ້ເຂົ້າກັນ. ​ປິດຝາໄວ້​ 3-5 ນາທີ.​

3. ແລ້ວ ຖອກນ້ຳຊ໊ອສ ທີ່ປຸງໄວ້ ລົງໃຫ້ທົ່ວປູ. ​ຂົ້ວໃຫ້ ​ເຂົ້າກັນ​ໄວໆ ( ໃສ່ໄຟແຮງ) ​ພໍໃຫ້ ໄຂ່ສຸກ ແລ້ວ​ຊີມລົດຕາມໃຈ ​ແລະ​ປິດ​ໄຟ.​ພ້ອມເສີບ:)​

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ