ໜ້າຫຼັກສູດອາຫານອີຕາລີພາສຕ້າ

ສະປາເກັດຕີ້ ຫອຍລາຍ (ສູດ ເຊບ ແພມ)

(2 ໂຫວດ) • ໂດຍ Kimmi Kim

2 ຄົນ · ປານກາງ · 50 ນາທີ · ປານກາງ

ສະປາເກັດຕີ້ ເປັນ ອາຫານທາງ ຢູໂຣບ ແຕ່ ຈານນີ້ ຮັບຮອງວ່າລົດຊາດ ຖືກປາກຄົນລາວ ຫລືອາຊີເຮົາ ແນ່ນອນ. ທີ່ສຳຄັນມັນບໍ່ລ໋ຽນເລີຍ. ລອງເຮັດເບິ່ງ ງ່າຍ ແລະ ແຊບ ຈົນເຫລືອເຊື່ອ :)

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ຕົ້ມນ້ຳໃສ່ເກືອ ອ່າວເຄັມ ເພື່ອຕົ້ມເສັ້ນສະປາເກັດຕີ້. ພໍຟົດໃຫ້ເອົາເສັ້ນລົງ ແລະຕົ້ມປະມານ 5ນາທີ (ບໍ່ໃຫ້ສຸກປານໃດ).

2. ໃນຊ່ວງລໍຖ້ານ້ຳຟົດ ເອົາໝໍ້ນ້ອຍ ອີກອັນ ຕົ້ມວາຍຂາວໃສ່ກັບ ກະທຽມທຸບ ແລະ ກ້ານພາສລີ້. ພໍນ້ຳຟົດໃ້ຫໃສ່ຫອຍລົງໄປລວກ ປະມານ 2 ນາທີ ແລະເອົາອອກຈາກເຕົາ ປິດຝາປະໄວ້.

3. ໃນຊ່ວງທີ່ ຖ້າສະປາເກັດຕີ້ກຳລັງຊິສຸກໃຫ້ຄ້າງກະທະ ເຮັດຊ໊ອສເລີຍ:

- ເອົານ້ຳມັນເບີໃສ່ກະທະ ຕາມດ້ວຍກະທຽມສັບ ຂົ້ວໃຫ້ຫອມແລ້ວໃສ່ ໝາກເລັ່ນຜ່າລົງໄປ, ຕາມດ້ວຍເຜັດຜົງ. ຜັດໃຫ້ຫອມ ປະມານ 2ນາທີ ຈົນໃຫ້ ນ້ຳໝາກເລັ່ນອອກ.

-ຈາກນັ້ນ ຖອກນ້ຳວາຍຂາວຕົ້ມຫອຍນັ້ນໃສ່ກະທະທັງໝົດ ຈົ່ງໄວ້ແຕ່ຫອຍ

-ຕັກເສັ້ນສະປາເກັດຕີ້ທີ່ຍັງບໍ່ສຸກດີນັ້ນລົງໄປໃນກະທະແລ້ວຄົນໃຫ້ເຂົ້າກັນ. ຊີມເບິ່ງຖ້າເສັ້ນຍັງແຂງຢູ່ໃຫ້ ໃສ່ນ້ຳຕົ້ມເສັ້ນລົງໄປເທື່ອລະຫນ້ອຍ, ໃຫ້ພໍດີເສັ້ນສຸກ ແລະ ເຫລືອນ້ຳໜ້ອຍໜຶ່ງ.

- ໃສ່ນ້ຳມັນເບີ ລົງໄປອີກ , ຈາກນັ້ນໃສ່ຫອຍທີ່ຕົ້ມແລ້ວນັ້ນ ລົງກະທະ ຄົນໃຫ້ເຂົ້າກັນ. ໃສ່ ໃບພາສລີ້ຊອຍ+ເຜັດຜົງ+ພິກໄທ ເພີ່ມອີກຖ້າມັກ. ຊີມລົດຊາດ ແລະ ຕັກໃສ່ຈານເສີບ. ແຊບຂະໜາດ:)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ