ໜ້າຫຼັກສູດອາຫານລາວປະເພດປີ້ງ/ດາດ

ອົ່ວຫມາກເຜັດໃຫຍ່

(1 ໂຫວດ) • ໂດຍ ສາວວອນ ແກ້ງກອກ

5 ຫມາກເຜັດ · ປານກາງ · 40 ນາທີ · ຖືກ

ຂໍນຳສະເໜີ ອົ່ວຫມາກເຜັດໃຫຍ່ ຍັດໄສ້ເນັ້ນໆ ດ້ວຍ ຊີ້ນໝູ ແລະເສັ້ນລ້ອນ, ປຸງລົດຊາດ ດ້ວຍປາແດກຫອມໆ ແລ້ວນຳໄປປີ້ງ ໃສ່ເຕົາຖ່ານ ໃຫ້ ສຸກຫອມໆ ເອົາມາກິນກັບເຂົ້າໜຽວ. ຟິນເລີຍ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ1: ຜ່າຫມາກເຜັດ ຄວັກໄສ້ ແລະແກ່ນ ອອກຫມົດ

ຂັ້ນຕອນ2: ຟັກຊີ້ນຫມູ ໃສ່ກັບເສັ້ນລ້ອນໃຫ້ເຂົ້າກັນ

ຂັ້ນຕອນ3: ຕຳກະທຽມແລະຫົວບົ່ວແດງໃຫ້ມຸ່ນ

ຂັ້ນຕອນ 4: ຄົນເຄື່ອງຕຳໃສ່ ກັບຊີ້ນ ແລະ ເສັ້ນລ້ອນໃນຊາມ ທຸບໄຂ່ໃສ່ ແລະ ປຸງລົດດ້ວຍປາແດກໃຫ້ພໍດີ. ຊີມກ່ອນຍັດໃສ່ໝາກເຜັດ

ຂັ້ນຕອນ 5: ຍັດເຄື່ອງໃສ່ຫມາກເຜັດທຸກຫນ່ວຍໃຫ້ເຕັມ ແລ້ວນຳໄປປີ້ງໄຟອ່ອນ ຈົນສຸກ. ເສີບກິນກັບເຂົ້າຫນຽວຮ້ອນໆ. ແຊບ!!!!!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ