ໜ້າຫຼັກສູດອາຫານອາຫານໄທປະເພດຂົ້ວ/ຜັດ

ຜັດກະເພົາໝູສັບ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 15 ນາທີ · ຖືກ

ຜັດກະເພົາ ໃຜກະວ່າ ແມ່ນເມນູສິ້ນຄິດ ແຕ່ພິຊິດໃຈຫລາຍຄົນມາແລ້ວ ດ້ວຍຄວາມແຊບຂອງມັນ. ເຮັດເລີຍ!

ເຄື່ອງປຸງ

ວິທີເຮັດ

1. ໃສ່ນ້ຳມັນໃນກະທະ ໃຫ້ຮ້ອນແລ້ວ ເອົາກະທຽມ ແລະ ໝາກເຜັດລົງ ຂົ້້ວຈົນອອກສີນ້ຳຕານ ແລ້ວຮີບເອົາ ໝູບົດລົງ. ຂົ້້ວຫມູໃຫ້ສຸກພໍປະມານ

2. ແລ້ວເອົານ້ຳໃສ່ ໜ້ອຍໜຶ່ງ, ປຸງລົດດ້ວຍ ຄະນໍ, ນ້ຳປາ, ນ້ຳມັນຫອຍ, ນ້ຳຕານ, ເອົາໝາກຖົ່ວ, ກາລົດ, ແລະ ຫອມບົ່ວໃຫຍ່ລົງ. ຜັດໃຫ້ແຫ້ງ ແລ້ວຊີມໃຫ້ພໍດີ.

3. ໃສ່ໃບກະເພົາ ແລ້ວ ຄົນສອງສາມບາດ ແລ້ວ ປິດໄຟ, ຕັກເສີບ ກັບເຂົ້້າຈ້າວ ແລະ ໄຂ່ດາວ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ