ໜ້າຫຼັກສູດອາຫານລາວປະເພດລາບ/ກ້ອຍ/ຊອຍ/ແຊ່

ລວກຊີ້ນຈ້ຳແຈ່ວບີ

(0 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 20 ນາທີ · ປານກາງ

ລວກຊີ້ນ ແມ່ນເມນູໜຶ່ງທີ່ເຮັດງ່າຍໆ ມັກເຮັດກິນ ຍາມມີບຸນບ້ານ ຍາມກິນລ້ຽງກັບໝູ່ແລະພີ່ນ້ອງ.

ເຄື່ອງປຸງ

ວິທີເຮັດ

1. ຊອຍຊີ້ນບາງໆໃສ່ຖ້ວຍໃຫຍ່ໄວ້.

2. ຕົ້ມນ້ຳໃສ່ ເກືອ ຫົວຂ່າ ໃບຂີ້ຫູດ ແລະໃຫ້ມັນຟົດ.

3. ເອົາຊີ້ນລົງໝໍ້ ມອດໄຟ, ຄົນໄປຄົນມາສອງສາມບາດ ແລ້ວຕັກຊີ້ນອອກໃສ່ຊາມຄືນ.

4. ໃສ່ເກືອ ແປ້ງນົວ ບີບໝາກນາວໃສ່, ແລ້ວຊອຍຫອມໃສ່ ປະໄວ້

5. ເຮັດແຈ່ວ:

ເອົານ້ຳຕົ້ມຊີ້ນນັ້ນອອກໃສ່ຖ້ວຍນ້ອຍ ສາມບ່ວງ +ໃສ່ປາແດກ+ ບີ+ ກະທຽມ+ ໝາກເຜັດ+ ຫອມບົ່ວ+ ແລະ ຫອມເປ. ຄົນໃຫ້ເຂົ້າກັນ ແລະ ຊີມລົດຊາດຕາມໃຈ.

6. ເອົາຊີ້ນ ມາຈຸ່ມໃສ່ແຈ່ວ ຫລື ຊິເອົາຜັກ ກະລ່ຳ ຫລື ສະຫລັດມາພັນກະໄດ້. ກິນກັບ ນ້ຳເຢັນໆ ທີ່ມີຟອດ ເຂົ້າກັນເຂົ້າກັນ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ