ໜ້າຫຼັກສູດອາຫານອາຫານຝລັ່ງອົບ

ເຂົ້າຈີ່ຝລັ່ງ

(1 ໂຫວດ) • ໂດຍ Kimmi Kim

4 ອັນ · ປານກາງ · 5 ຊົ່ວໂມງ · ຖືກ

ວິທີເຮັດເຂົ້າຈີ່ຝລັ່ງແຊບໆເອງໄດ້ທີ່ບ້ານ. ສ່ວນປະກອບມີແຕ່ 4ຢ່າງ ກັບຂັ້້ນຕອນເຮັດທີ່ແສນທຳມະດາ.

ເຄື່ອງປຸງ

ວິທີເຮັດ

1. ເອົາຊາມອັນຫນຶ່ງມາ, ເທແປ້ງລົງ, ຕາມດ້ວຍ ຢີສ ແລະ ເກືອ. ຄົນໃຫ້ເຂົ້າກັນດີ. ຈາກນັ້ນ ຖອກນ້ຳລົງ ແລ້ວໃຊ້ໄມ້ ຫລື ແນວຕີໄຂ່ ຄົນໃຫ້ເຂົ້າກັນດີ.

2. ເອົາຜ້າ ຫລື ພລາສຕິກ ຫຸ້ມ ອາຫານປົກໄວ້, ພັກໄວ້ 45 ນາທີ. ແລ້ວ ເອົາອອກຈາກຊາມ ເທໃສ່ ຂຽງ ຫລື ພື້ນລຽບ. ແລ້ວໃຊ້ ຈອງແບນ (ຈຸ່ມນ້ຳຫນ້ອຍໜຶ່ງເພື່ອບໍໃຫ້ມັນຕິດ) ປີ້ນກ້ອນແປ້ງ ໄປມາ ສາມສີ່ເທື່ອ ແລ້ວ ເອົາ ກັບໃສ່ໃນຊາມຄືນ ພັກໄວ້ 45ນາທີ ອີກ. ເຮັດແບບນີ້ຊ້ຳກັນທຸກໆ 45ນາທີ, ລວມກັນ 4 ເທື່ອ.

3. ຫລັງຈາກເທື່ອ ທີ່ 4 ແລ້ວ ໃຫ້ເອົາອອກມາ ໃສ່ແປ້ງໂຮຍ ບໍ່ໃຫ້ມັນຕິດ ແລ້ວຕັດເປັນ 4 ຕ່ອນສ່ຳກັນ. ເອົາມື ເນັ້ນໆ ລິ້ງ ແລະ ພັບເບົາໆ ແຕ່ລະກ້ອນເຮັດເປັນ ໂດ່. ຈາກນັ້ນ ຮຽງກັນ ໄວ້ ພື້ນລຽບ ແລະ ພັກໄວ້. ໃຊ້ພລາສຕິກ ປິດອາຫານຊະນິດມັນ ປົກໄວ້. ປະໄວ້ 15 ນາທີ.

4. ຈາກນັ້ນ ເອົາ ອອກມາລິ້ງ ເຮັດເປັນກ້ອນເຂົ້າຈີ່ ໃຫ້ໂຮຍແປ້ງໃສ່ເວລາລິ້ງມັນຈຶ່ງບໍ່ຕິດມື. ຫລັງຈາກເຮັດເປັນກ້ອນ ໝົດແລ້ວ ເອົາໄປລຽງ ໄວ້ຖາດທີ່ຮອງຜ້າ( ຫ້າມໃຫ້ກ້ອນຕິດກັນ). ເອົາຜ້າອີກຜືນປົກໄວ້, ປະໄວ້ອີກ 1 ຊມ ຫລືໃຫ້ມັນຟູຂຶ້ນເທົ່າຫນຶ່ງ.

5. ເປີດເຕົາອົບໄຟ ເທິງ-ລຸ່ມ ຕັ້ງອຸນຫະພູມ 200 C ຫລື 400 F (ຫລື ເປັນ ແກັສ ນ້ຳເບີ້ 6). ເອົາຖາດ ຫລື ພາຊະນະໃຫຍ່ ອີກອັນຫນຶ່ງໃສ່ນ້ຳ ແລ້ວວາງ ທາງລຸ່ມ ເພື່ອຕ້ອງການອາຍນ້ຳເວລາອົບ. ເພື່ອໃຫ້ເຂົ້າຈີ່ກອບດີ.

6. ເປີດຜ້າປົກ ເຂົ້າຈີ່ອອກແລ້ວ, ຍ້າຍເຂົ້າຈີ່ ໃສ່ຖາດທີ່ຈະເອົາເຂົ້າເຕົາອົບ (ໃຫ້ໃຊ້ ແຜ່ນຢາງ ຫລືໄມ້ ບາງ ຫຸ້ມດ້ວຍ ເຈ້ຍ ອາລູມີນຽມ) ເພື່ອຍ້າຍ ເພາະບໍ່ດັງນັ້ນເຂົ້າຈີ່ຈະຍ້ວຍ ແລະ ແຕກຮູບຮ່າງໄປ.

7. ຫລັງຈາກເຂົ້າຈີ່ຢູ່ໃນຖາດທີ່ຈະອົບ ແລ້ວ ໃຫ້ພົມນ້ຳໃສ່ ແລ້ວ ໃຊ້ມີດຄົມໆ ຫລື ມີດຕັດ ຫັ່ນສະຫລຽງ ທາງໜ້າມັນ ເປັນ 4-5 ເສັ້ນ.

8. ຈາກນັ້ນເອົາເຂົ້າເຕົາອົບ ແລະ ສີດສະເປ ພົມນ້ຳ ອີກເທື່ອໜຶ່ງ ເພື້ອເພີ່ມຄວາມກອບ. ອົບໄປປະມານ ດ້ານລະ 8 ນາທີ ຫລື ຈົນ ເຫຼືອງກອບດີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ