ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຂົ້ວເຕົ້າຮູ້ເຫັດຫອມ

(0 ໂຫວດ) • ໂດຍ Sack Yuki

2 ຄົນ · ງ່າຍ · 30 ນາທີ · ຖືກ

ຂົ້ວເຕົາຮູ້ ແມ່ນ ເມນູປະຈຳຂອງຫລາຍໆຄອບຄົວເລີຍກະວ່າໄດ້. ມາເບິ່ງຂັ້ນຕອນການເຮັດເລີຍ:

ເຄື່ອງປຸງ

ວິທີເຮັດ

1. ຊື້້ເຕົາຮູ້ຫວຽດທີ່ທອດແລ້ວ ຢູ່ຕະຫລາດ, ມາທອດອີກ ຫລື ເຕົາຮູ້ສົດທອດເອງກະໄດ້, ຊອຍເປັນຕ່ອນພໍດີຄຳກ່ອນ ແລ້ວຈຶ່ງ ລົງ ທອດໃນນ້ຳມັນໃຫ້ ເຫລືອງງາມ ແລ້ວ ເອົາອອກປະໄວ້ ຈານ.

2. ໃຊ້ກະທະອີກອັນຫນຶ່ງ ໃສ່ນ້ຳມັນ ຈຽວກະທຽມ+ຫອມບົ່ວ+ໝາກເຜັດດິບ. ຂົ້ວໃຫ້ເຫລືອງຫອມ.

3. ເອົາເຫັດຫອມ+ໝາກເຜັດໃຫຍ່ລົງ, ປຸງລົດດ້ວຍ ເກືອ+ນ້ຳຕານ+ສະອິ້ວຂາວ+ນ້ຳມັນຫອຍ ແລະ ໝາກເລັ່ນ. ຂົ້ວໃຫ້ເຂົ້າກັນປະມານ 5 ນາທີ ແລ້ວຊີມລົດຊາດຕາມໃຈມັກ. ຈາກນັ້ນໃສ່ເຕົາຮູ້+ຫອມບົ່ວໃບ+ຫອມປ້ອມຊອຍ ແລ້ວຄົນໃຫ້ເຂົ້າກັນດີ. ຕັກເສີບ, ກຽມແຊບໄດ້ທັນທີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ