ໜ້າຫຼັກສູດອາຫານອາຫານຝລັ່ງປະເພດຈືນ

ໄກ່ມ້ວນຜັກ ເປືອກຫມາກນາວ

(0 ໂຫວດ) • ໂດຍ Sack Yuki

4 ຄົນ · ປານກາງ · 50 ນາທີ · ປານກາງ

ໃຜຢາກລອງ ເມນູ ໄກ່ ແບບບໍ່ຊ້ຳຊາກ, ເຮັດແບບນີ້ເລີຍ ເຄື່ອງປຸງ ເຄື່ອງເທດ ອອກທາງຝລັ່ງແດ່ ແຕ່ ຈະມີກິ່ນສະອິ້ວ. ລົດຊາດອອກມາຖືວ່າແຊບ. ລອງໄປເຮັດເບິ່ງເດີ. ບໍ່ໄດ້ຍາກ.

ເຄື່ອງປຸງ

ວິທີເຮັດ

1. ໃຊ້ມີດ ຫັ່ນແລະ ດຶງ ເອົາກະດູກອອກຈາກ ຊີ້ນໄກ່ ແຕ່ຍັງໃຫ້ຊີ້ນເປັນແຜ່ນຕິດຫນັງຢູ່.

2. ເອືອບຂາໂຕ້ໄກ່ ກັບຫມາກເຜັດຜົງ+ກະທຽມສັບ+ເປືອກເລມ້ອນ+ຊີອິ້ວຂາວ+ນຳ້ເລມ້ອນ+ເກືອຢິບມື1. ເອືອບໄວ້15-30ນາທີ

3. ເອົາຊູກິນີ້ +ຫມາກເຂືອ +ຫມາກເຜັດ ໄປດາດໃຫ້ພໍສຸກອ່ອນ ເພື່ອຈະໃສ່ເຮັດເປັນໄສ້ພັນໂຣລ.

ແລ້ວເອົາຜັກທີ່ດາດແລ້ວ ມາເຮັດເປັນໄສ້, ມ້ວນເອົາເຊືອກມັດໄວ້

4. ເອົາໄປທອດ ໃສ່ນ້ຳມັນເບີ ໃຫ້ຫນັງເຫລືອງງາມ.

5. ຈາກນັ້ນ ເອົາໄປອົບ ໃນອຸນຫະພູມ 180 ອົງສາ. ປະມານ 15-20 ນາທີ ແລ້ວ ໝັ່ນເອົານຳ້ມັນ ທີ່ເຮົາທອດໄກ່ໃນກະທະນັ້ນ ລາດໃສ່ເທິງໄກ່ ຕອນອົບຢູ່. ເຊີນແຊບໄດ້ເລີຍ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ