ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ກຸ້ງແຊນ້ຳປາ

(0 ໂຫວດ) • ໂດຍ ສາວນ້ອຍ

3 ຄົນ · ປານກາງ · 20 ນາທີ · ປານກາງ

ກຸ້ງແຊ່ນ້ຳປາ ແມ່ນເມນູຂອງແກ້ມ ຍອດຮິດ, ເວລາຊຸມກັນ ຕ້ອງມີເມນູນີ້ ແນ່ນອນ ເສີບພ້ອມ ນ້ຳລຳໄຍ :)

ເຄື່ອງປຸງ

ວິທີເຮັດ

1. ເອົາກຸ້ງແກະເປຶອກ, ປາດຂີ້ເສັ້ນດຳໆອອກ, ເອົາຫົວອອກ ແລະ ລ້າງໃຫ້ສະອາດ, ແຊ່ໂຊດາປະໄວ້ ປະມານ 15 ນາທີ.

2. ເອົາຫມາກເຜັດ+ກະທຽມ+ຂີງ+ເກືອ+ນ້ຳຕານ+ແປ້ງນົວ+ຮາກຫອມປ້ອມ+ນ້ຳຫມາກນາວ+ນ້ຳປາ ໃສ່ເຄື່ອງປັ່ນ, ປັ່ນໃຫ້ລະອຽດ ຊິມເບິ່ງ ສາມາດປຸງລົດຊາດ ເພີ່ມໄດ້ຕາມມັກ.

3. ນຳເອົາຫມາກແຕງ+ກະລ່ຳ+ກາລົດ ແລະ ກຸ້ງ ຈັດໃສ່ຈານ, ເອົາຜັກບົວລະພາ ແລະ ກະທຽມ ວາງໃສ່ ແລ້ວ ລາດດ້ວຍແຈ່ວ. ຕຽມມ່ຳ ກັບ ນ້ຳລຳໄຍ ເຢັນໆ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ