ໜ້າຫຼັກສູດອາຫານອາຫານຝລັ່ງປະເພດປີ້ງ/ດາດ

ສະເຕັກແຊວມ່ອນ ຊີສກອບ

(1 ໂຫວດ) • ໂດຍ Kimmi Kim

3 ຄົນ · ປານກາງ · 60 ນາທີ · ແພງ

ເມນູນີ້ ປ່ຽນຈາກ ສະເຕັກແຊວມ໋ອນທຳມະດາ ກາຍເປັນການຍົກລະດັບ ແລະ ເພີ່ມລົດຊາດ ມີທັງຄວາມ ກອບຂອງແຜ່ນ crust ແລະນ້ຳຊ້ອສທີ່ ຕັດກັນແບບລົງໂຕ. ເຮັດກິນໄດ້ເອງຢູ່ບ້ານ ໂດຍບໍ່ຕ້ອງງໍ້ ຮ້ານອາຫານ.

ເຄື່ອງປຸງ

ວິທີເຮັດ

1. ວິທີເຮັດແຜ່ນ crust:

- ປະສົມ ເບີ+ເກັດເຂົ້າຈີ່+ພິກໄທ+ເກືອ. ຄົນໃຫ້ເຂົ້າກັນເປັນກ້ອນ ແລະຊີມລົດຊາດພໍດີ, ວາງໃສ່ເຈ້ຍມັນ ເອົາມືເນັ້ນ ໃຫ້ແບນໆ ແລະ ເອົາເຈ້ຍມັນອີກແຜ່ນໜຶ່ງ ມາ ວາງທັບ ແລ້ວ ເອົາ ໄມ້ (ສຳລັບເຮັດພ້າສຕ້າ) ຫລື ຂວດແກ້ວ ມາລິ້ງໃຫ້ບາງໆ 2 ມິນລີມິນ ແລ້ວເອົາໄປໃສ່ຕູ້ເຢັນໃຫ້ມັນແຂງ.

2. ເຮັດຊ໊ອສ

- ຜັດຫອມແດງກັບນ້ຳມັນເບີ້ ດ້ວຍໄຟ ອ່ອນ ໃຫ້ມັນອອກສີໃສໆ. ພໍມັນຫົດຕົວແລ້ວ ໃຫ້ເລັ່ງໄຟຂຶ້ນ ແລ້ວ ເອົາ ວາຍຂາວລົງ+ຂູດຜິວໝາກນາວໃສ່, ຕົ້ມໃຫ້ນ້ຳແຫ້ງລົງ ໃຫ້ໃສ່ ວິບປິ້ງຄຣີມ ແລ້ວປ່ອຍໃຫ້ ແຫ້ງລົງ ໂດຍເຮັດໄຟອ່ອນ. ແລ້ວປິດໄຟໄວ້.

3. ເອົາເນີຍອອກຈາກຕຼ້ເຢັນ ແລ້ວ ລອກເຈ້ຍ ແຜ່ນໜຶ່ງອອກ. ວາງລົງບ່ອນພື້ນລຽບ, ວາງຕ່ອນປາ ແຊວມ່ອນທັບລົງໃສ່ ແຜ່ນ crust ນັ້ນ (ເອົາທາງລອກໜັງລົງ). ຈາກນັ້ນ ຕັດແຜ່ນນັ້ນຕາມ ຮູບຕ່ອນປາ. ເຮັດແບບນີ້ ທຸກຕ່ອນຈົນຄົບ.

4. ຕັ້ງກະທະເປົ່າຂຶ້ນ ພໍມັນຮ້ອນ ແລ້ວເອົາ ຕ່ອນປາລົງ, ວາງເບື້ອງ ແຜ່ນ crust ນັ້ນລົງຕິດກະທະ. ພໍມັນເຫລືອງແຫ້ມ ແລ້ວ ໃຫ້ປີ້້ນທາງໜ້າລົງ ໃຫ້ມັນເຫລືອງ.

5. ຈາກນັ້ນ ໃຫ້ເອົາ ຕ່ອນປາ ອອກຈາກກະທະ ແລ້ວໄປອົບ ປະມານ 7 ຫາ 8 ນາທີ ໃຫ້ສຸກ ແລ້ວ ເອົາອອກມາປະໄວ້.

6. ອຸ່ນໝໍ້ຊ໊ອສໃຫ້ພໍຮ້ອນ ບີບໝາກນາວໃສ່ ພ້ອມກັບ ພາສລີ ແລ້ວປິດໄຟ

7. ແຕ່ງຈານ:

- ວາງຊ໊ອສໃສ່ຈານກ່ອນ

- ວາງຕ່ອນແຊວມ່ອນລົງ ເອົາ ເບື້ອງ crust ຂຶ້້ນເທິງ . ເສີບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ