ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ຕົ້ມກ້ຽວໝູສັບ

(1 ໂຫວດ) • ໂດຍ Kimmi Kim

4 ຄົນ · ປານກາງ · 50 ນາທີ · ປານກາງ

ກ້ຽວໝູສັບ ເປັນເມນູດີໆ ໂດຍສະເພາະສຳລັບ ຄອບຄົວ. ເປັນເມນູສ້າງກິດຈະກຳ ທີ່ເຮັດໄດ້ ກັບລູກໆ ເອີ້ນມາຫໍ່ກ້ຽວຊ່ອຍກັນ ແລະ ເໝາະທີ່ສຸດແມ່ນ ເຮັດກິນຍາມແລງ ຕອນອາກາດໜາວ ຫລືຝົນຕົກ.

ເຄື່ອງປຸງ

ວິທີເຮັດ

1. ກຽມເຮັດ ໄສ້ໝູສັບ:

ເອົາຊາມມາ ປະສົມຊີ້ນໝູ +ກະທຽມ+ນ້ຳຕານ+ຫອມປ້ອມ+ພິກໄທຂາວປົ່ນ+ແປ້ງສາລີ+ ສະອິ້ວ+ນ້ຳມັນຫອຍ+ນ້ຳມັນງາ. ຄົນໃຫ້ເຂົ້າກັນ ແລະໝັກໄວ້ ປະມານ 15 ນາທີ. ຊີມລົດຊາດໃຫ້ພໍດີ

2. ຫໍ່ກ້ຽວ:

- ໃຊ້ບ່ວງຕັກໄສ້ໝູສັບ ແລະ ວາງລົງເຄິ່ງກາງແຜ່ນກ້ຽວ.

- ໃຊ້ນິ້້ວມື ຈຸບນ້ຳ ແລ້ວ ເອົາມາທາຂອບຂອງແຜ່ນກ້ຽວ, ພັບອີກດ້ານ ເຂົ້າຕິດກັນ ແລ້ວໃຊ້ມື ບີບໆ ເພື່ອໃຫ້ມັນປິດແໜ້ນ. ຫລືຖ້າໃຜເກັ່ງກະ ເຮັດໄດ້ຫລາຍແບບ (ຊອກເບິ່ງວິທີຫໍ່ທາງຢູທູບ). ຖ້າສັງເກດວ່າ ປິດບໍ່ໄດ້ ແມ່ນໃຫ້ເອົາໄສ້ອອກອີກ ເພາະມັນຈະແຕກເວລາຕົ້ມ.

- ຫໍ່ແລ້ວໃຫ້ວາງລຽງກັນໃສ່ເຈ້ຍ ໄຂມັນ (ເຮັດເຂົ້າໜົມ) ເພື່ອບໍ່ໃຫ້ມັນຕິດກັນ.

3. ວິທີຕົ້ມກ້ຽວ:

ຄ້າງໝໍ້ຕົ້ມນ້ຳໃຫ້ຟົດ, ຄ່ອຍໆ ຢ່ອນກ້ຽວລົງ ແລ້ວຕົ້ມ ປະມານ 3 ຫາ 5 ນາທີ. ສັງເກດ ເວລາສຸກ ມັນຈະລອຍຂຶ້້ນມາ ແລະ ສີແຜ່ນກ້ຽວຈະອອກໃສໆ. ໃຊ້ຈອງທີ່ເປັນຕາຫນ່າງຕັກກ້ຽວອອກ. ( ເສີບຮ້ອນໆ ກິນກັບແຈ່ວ ສະອິ້ວສົ້ມເລີຍກະໄດ້ ຫລື ໄວ້ໃສ່ເປັນກ້ຽວນ້ຳ)

4. ວີທີເຮັດນ້ຳຊຸບ: ( ຂ້ອຍໃຊ້ ຊຸບກ້ອນໝູ ແທນການຕົ້ມໝູ ເພາະປະຢັດເວລາແດ່)

- ຄ້າງໝໍ້ ໃສ່ນ້ຳ +ຂີງ+ ຮາກຫອມປ້ອມ+ ສະອິ້ວຂາວ+ ກ້ອນຊຸບລົດໝູ. ຕົ້ມໃຫ້ຟົດ 5 ນາທີ. ຊີມລົດຊາດໃຫ້ພໍດີ.

5. ເອົາກ້ຽວໃສ່ ໃນຖ້ວຍ, ໂຮຍໜ້າດ້ວຍ ຜັກບົ່ວໃບຊອຍ + ກະທຽມຈຽວ+ ພິກໄທປົ່ນ + ຕັກນ້ຳຊຸບໃສ່ ແລະ ກຽມແຊບໄດ້ເລີຍ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ