ໜ້າຫຼັກສູດອາຫານລາວປະເພດປີ້ງ/ດາດ

ປີ້ງໄກ່

(2 ໂຫວດ) • ໂດຍ ສາວວອນ ແກ້ງກອກ

2 ຄົນ · ປານກາງ · 40 ນາທີ · ປານກາງ

ປີ້ງໄກ່ເດີ ປີ້ງໄກ່, ປີ້ງໄກ່ລາດແຊບໆເດີ. ມາເບິ່ງ ວິທີ ເອືອບໄກ່ ແລະປີ້ງແບບ ທຳມະຊາດ ບ້ານນາ ນຳກັນເດີ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ແຜ່ ຂ່າໄກ່ອອກ ແລະ ເອືອບດ້ວຍ ຫົວສີໄຄ ແລະກະທຽມທີ່ບົດນັ້ນ. ເອົາສະອິ້ວຂາວ, ຄະນໍ, ນ້ຳຕານ, ແລະນ້ຳມັນປະສົມລົງໄປ ແລ້ວຄັ້ນໃຫ້ເຄື່ອງເຂົ້າໄປໃນຊີ້ນ. ປະໄວ້ປະມານ 1 ຊົ່ວໂມງ.

ຂັັ້ນຕອນ2: ປີ້ງໃສ່ເຕົາຖ່ານດ້ວຍໄຟອ່ອນ ຫາ ປານກາງ ແລະ ຫມັ່ນທານ້ຳຫມັກທີ່ເຫລືອ ແລະ ນ້ຳມັນພືດເພື່ອບໍ່ໃຫ້ໄກ່ແຫ້ງ. ປີ້ງຈົນສຸກ ສັງເກດ ວ່າທາງໃນບໍ່ມີເລືອດຕິດກະດູກແມ່ນໃຊ້ໄດ້.

ຂັ້ນຕອນ 3: ເສີບຮ້ອນໆ ກັບ ເຂົ້າຫນຽວ ແລະ ແຈ່ວ ຫລືຕຳຫມາກຫຸ່ງ. ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ