ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ຫົວປາແຊວມ້ອນຕົ້ມສະອິ້ວ

(0 ໂຫວດ) • ໂດຍ Kimmi Kim

4 ຄົນ · ປານກາງ · 50 ນາທີ · ປານກາງ

ຫົົວປາແຊວມ່ອນ ເຮັດຫຍັງກິນດີ? ຖ້າຄິດບໍ່ອອກໃຫ້ມານີ້: ເມນູນີ້ ຢາກບອກວ່າແຊບຫລາຍ ແລະ ໄດ້ລົດຊາດ ປາ ແລະ ເຄື່ອງເທດ ເຕັມຄຳ, ຍິ່ງກິນກັບເຂົ້າຈ້າວຮ້ອນໆ ແຮ່ງແຊບໄປຕື່ມ. ສຸກໃຈທັງຜູ້ແຕ່ງ ແລະ ຜູ້ກິນ ເຊື່ອໂລດ :)

ເຄື່ອງປຸງ

ວິທີເຮັດ

1. ໃຊ້ໝໍ້ອົບໜາ, ເອົານ້ຳມັນໃສ່ ເປີດໄຟກາງ ຂົ້້ວ ຂີງຊອຍ+ຕົ້ນຫອມ+ ໝາກເຜັດ ຂົ້ວຈົນໃຫ້ມັນເກືອບໄຫມ້.

2. ໃສ່ນ້ຳລົງໄປ 1 ລິດ ຕາມດ້ວຍປາ (ໃສ່ນ້ຳໃຫ້ພໍຖ້ວມປາ). ຕົ້ມໄປປະມານ 5 ນາທີ ແລະ ໃຫ້ໝັ່ນຕັກ ຟອດທີ່ລອຍຂຶ້້ນມາ ອອກ.

3. ໃສ່ ຫົວກາດຂາວ+ ກາລົດ+ສະອິ້ວຍີ່ປຸ່ນ + ມິຣິນ + ເກືອ + ນ້ຳຕານຊາຍແດງ + ສະອິ້ວດຳ + ນ້ຳເຜິ້ງ ແລ້ວ ຄ່ອຍໆຄົນໃຫ້ເຂົ້າກັນ. ຕົ້ມປະມານ 10 ນາທີ.

4. ໃສ່ຕົ້ນກະທຽມຫອມໃຫຍ່ +ເຫັດຫອມ ລົງໄປ. ຕົ້້ມຕໍ່ອີກ ປະມານ 5 ນາທີ.

5. ພໍປາສຸກ ເອົາປາ ອອກມາໃສ່ຈານ ກ່ອນ ແລ້ວ ຂ້ຽວນ້ຳໃຫ້ແຫ້ງລົງ ປະມານ 10 ນາທີ (ໝັ່ນຕັກ ຟອດມັນອອກ). ຊີມລົດຊາດ ແລະ ຕັກນ້ຳໃສ່ ຈານຫົວປາເຊວມ໋ອນ, ໂຮຍຫນ້າດ້ວຍບົ່ວໃບ ແລ້ວ ເສີບໄດ້. ກິນກັບເຂົ້າຈ້າວ ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ