ໜ້າຫຼັກສູດອາຫານລາວເຄື່ອງດື່ມ

ນ້ຳເຕົາຮູ້

(1 ໂຫວດ) • ໂດຍ ສາວນ້ອຍ

3 ຄົນ · ງ່າຍ · 35 ນາທີ · ຖືກ

ມື້ນີ້ ຫວ່າງໆ ຊິພາມາເຮັດ ເຕົາຮູ້ ກິນເອງ ຢູ່ບ້ານ ແບບ ສົດ-ສະອາດ-ປອດໄພ-ໄຮ້ແປ້ງ ແລະກິນແບບ ຈຸໃຈໄປເລີຍ.

ເຄື່ອງປຸງ

ວິທີເຮັດ

1. ເອົາ ຫມາກຖົ່ວເຫລືອງ ລ້າງນ້ຳ ແລ້ວ ແຊ່ນ້ຳໄວ້ ປະມານ 3-6 ຊົ່ວໂມງ

2. ນຳ ຫມາກຖົ່ວເຫລືອງ ທີ່ແຊ່ແລ້ວນັ້ນ ມາປັ່ນໃສ່ນ້ຳ ທີ່ກຽມໄວ້ ໂດຍປັ່ນ 2 ຮອບ: ຮອບທີ່1 ປັ່ນກັບນ້ຳ 1 ລິດ, ໃຫ້ເປັນນ້ຳລະອຽດ ແລ້ວ ກອງດ້ວຍຜ້າຂາວ ບີບເອົາແຕ່ນ້ຳ ແລ້ວ ເອົາຖົ່ວເຫລືອງ ດັ່ງກາວມາໃສ່ນ້ຳ ອີກ 1ລິດ ແລ້ວ ປັ່ນ ຕື່ມອີກ ແລ້ວກໍ່ເອົາ ມາກອງ ເອົາແຕ່ນ້ຳ ດ້ວຍຜ້າຂາວອີກຄັ້ງ.

3. ຈາກນັ້ນ ນ້ຳເອົານ້ຳຖົ່ວເຫລືອງ ດັ່ງກ່າວ ກອງດ້ວຍຜ້າຂາວ ອີກ 2 ເທື່ອເພື່ອ ບໍ່ໃຫ້ມີ ຜົງແປ້ງ ຫມາກຖົ່ວເຫລືອງ.

4. ນຳເອົາ ນ້ຳຖົ່ວເຫລືອງ ດັ່ງກ່າວມາຕົ້ມໃສ່ຫມໍ້ ດ້ວຍໄຟ ປານກາງ ເອົາເກືອ+ໃບເຕີຍໃສ່ ພະຍາຍາມ ຄົນຕະຫລອດ ເພື່ອບໍ່ ໃຫ້ນ້ຳເຕົ້າຮູ້ ຕິດກົ້ນ ແລະ ໄຫມ້ ປະມານ 15ນາທີ ເອົານ້ຳຕານ ລົງໃສ່ ຄົນອີກປະມານ 10 ນາທີ.

5. ເມື່ອນ້ຳເຕົາຮູ້ ສຸກແລ້ວ ໃຫ້ເອົາຜ້າຂາວ ມາກອງ ອີກເທື່ອຫນຶ່ງ ເພື່ອບໍ່ໃຫ້ ມີຕ່ອນເຕົາຮູ້ ຕອນຕົ້ມ ຖືວ່າ ເປັນອັນສຳເລັດ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ