ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ເຂົ້າລາດຫນ້າ ຜັດຜັກລວມມິດ ໄຂ່ດາວ

(0 ໂຫວດ) • ໂດຍ ສາວນ້ອຍ

1 ຄົນ · ງ່າຍ · 30 ນາທີ · ຖືກ

ເຂົ້າລາດຫນ້າ ຜັດຜັກລວມມິດ ໄຂ່ດາວ ເປັນເມນູ ດ່ວນໆ ງ່າຍໆ ທີ່ໃຜກະເຮັດກິນໄດ້. ໃຜບໍ່ເຄີຍ ກະມາລອງສູດນີ້ເບິ່ງ.

ເຄື່ອງປຸງ

ວິທີເຮັດ

1. ເອົານ້ຳມັນ ໃສ່ຫມໍ້ກະທະ ຈາກນັ້ນໃສ່ກະທຽມທຸບ ພໍກະທຽມເຫລືຶອງຫອມ ກໍ່ເອົາຫມາກເຜັດ,ຊີ້ນຫມູ,ຄະນໍ ລົງຂົ້ວ ຈົນຫມູສຸກ

2. ເອົາຜັກຕ່າງໆລົງ ໃສ່ນ້ຳມັນຫອຍ+ຊີອິ້ວຂາວລົງໃສ່ ຜັດຈົນຜັກສຸກ ແລ້ວປິດໄຟ ຊິມ ແລະ ປຸງລົດຊາດເພີ່ມໄດ້.

3. ເອົາ ເຂົ້າຈ້າວໃສ່ຈານ ເອົາໄຂ່ດາວ ຢອງໃສ່ເຂົ້າ (ຊອຍຫມາກແຕງໃສ່ທາງຂ້າງສອງປ່ຽງ ເພື່ອຄວາມສວຍງາມ) ເອົາຜັດຜັກໃສ່ທາງຂ້າງ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ