ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ອົບງົວ

(2 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ປານກາງ · 150 ນາທີ · ປານກາງ

ອົບງົວ ກະແມ່ນ ເມນູ ໜຶ່ງທີ່ຢູ່ຄູ່ ບ້ານຄູ່ເມືອງລາວ ມາຕັ້ງດົນ. ເຊື່ອວ່າ ຫລາຍຄົນເຄີຍກິນ ແຕ່ຖ້າໃຜ ບໍ່ເຄີຍກິນ ຫລື ບໍ່ຮູ້ຊິໄປກິນຢູ່ໃສຕອນນີ້. ຊື້້ເຄື່ອງ ມາເຮັດກິນເອງໂລດ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ປອກກະທຽມ, ຫົວບົ່ວແດງ, ແລະ ແກະເປືອກ ແຂງຫົວສີໄຄອອກ ແລະຊອຍເອົາແຕ່ອັນອ່ອນທາງໃນ. ແລ້ວ ໄປຕຳຫລືບົດໃຫ້ມຸ່ນເຂົ້າກັນ ໃສ່ເກືອຫນ້ອຍຫນຶ່ງ.

ຂັັ້ນຕອນ2: ຊອຍຊີ້ນເປັນລູກເຕົາໃຫຍ່ປະມານສອງນິ້ວມື

ຂັ້ນຕອນ 3: ປະສົມຊີ້ນແລະ ເຄື່ອງທີ່ຕຳໃຫ້ເຂົ້າກັນ ຕາມດ້ວຍໃບຂີ້ຫູດ, ຂ່າ, ແລະ ພິກໄທ ແລ້ວນຳໄປລົງຫມໍ້ອົບ ເປີດໄຟກາງ ຂົ້ວໃຫ້ຫອມເຫລືອງ.

ຂັ້ນຕອນ 4: ໃສ່ເຫລົ້າລົງ ແລະຂົ້ວຕໍ່ພໍໃຫ້ຫອມ, ຈາກນັ້ນຕື່ມນ້ຳ, ຄະນໍ, ນ້ຳຕານ, ສະອິ້ວຂາວ ຄົນໃຫ້ເຂົ້າກັນ ແລະ ປິດຝາຫມໍ້ໄວ້ ຕຸນໄຟອ່ອນ ປະມານ 1 ຊົ່ວໂມງ ຫລືຫລາຍກວ່ານັ້ນຈົນຊີ້ນນຸ່ມດີ. ເວລາຕຸນໃຫ້ຫມັ່ນຄົນ ຕື່ມນ້ຳເທື່ອລະຫນ້ອຍ ເພື່ອບໍ່ໃຫ້ໄຫມ້ຫມໍ້.

ຂັ້ນຕອນ5: ຫລັງຈາກຊີ້ນເປື່ອຍ ໃຫ້ເອົາ ມັນຝລັ່ງ ແລະ ກາລົດລົງໄປ, ເພີ່ມໄຟປານກາງ ຕົ້ມຈົນສຸກ ແລະ ໃຫ້ນ້ຳອົບແຫ້ງຫນ້ອຍຫນຶ່ງ. ຊີມລົດຊາດ ແລະເສີບ ກັບເຂົ້າຈ້າວ ຫລື ຫນຽວກະ ແຊບ!!!

ເຄັດລັບ: ໃຊ້ຊີ້ນ ແບ້ ຫລື ແກະ ກະແຊບຄືກັນ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ