ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຂົ້ວໄຂ່ ໃສ່ໄຂ່ມົດ

(0 ໂຫວດ) • ໂດຍ ສາວນ້ອຍ

3 ຄົນ · ງ່າຍ · 20 ນາທີ · ຖືກ

ຂົ້ວໄຂ່ ໃສ່ໄຂ່ມົດ ເມນູລາຊາ ເປັນ ເມນູຊັ້ນສູງ. ເພາະໄຂ່ມົດມາຈາກບ່ອນສູງ:) ແຕ່ ຄວາມແຊບນີ້ບໍ່ໃຫ້ວ່າເລີຍ (ເລຍສອກ) ແຖມມີໂປຣຕີນເຕັມໆ :)

ເຄື່ອງປຸງ

    1. ໄຂ່ມົດສົ້ມ 2 ຂີດ
    2. ໄຂ່ໄກ່ 2 ຫນ່ວຍ
    3. ຫອມບົວໃບ 2 ຕົ້ນ(ຊອຍ)
    4. ຫອມທຽມ 2 ກີບ(ທຸບແລະຝັກ)
    5.ຫມາກເຜັດ 2 ຫນ່ວຍ( ຊອຍ)
    6. ຄະນໍ 1 ບ່ວງນ້ອຍ
    7. ເກືອ ຍິບຫນຶ່ງ
    8. ພິກໄທ ຍິບຫນຶ່ງ
    9. ນ້ຳມັນພືດ 2ບ່ວງ

ວິທີເຮັດ

1. ຕອກໄຂ່ໃສ່ຖ້ວຍ, ຄະນໍ, ພິກໄທ, ຫມາກເຜັດ, ຫອມບົ່ວໃບຊອຍ. ແລ້ວຕີໃຫ້ເຂົ້າກັນ.

2. ຕັ້ງກະທະໃຫ້ຮ້ອນ ເອົານ້ຳມັນລົງໃສ່ ໃຊ້ໄຟປານກາງ ໃສ່ກະທຽມ ພໍກະທຽມເຫລືອງຫອມ ກໍ່ເອົາໄຂ່ມົດລົງຂົ້ວ ໃສ່ເກືອຫນ້ອຍຫນຶ່ງ ຈາກນັ້ນເອົາໄຂ່ທີ່ຕີໄວ້ລົງ, ພິກໄຂ່, ພໍໄຂ່ສຸກ ກໍ່ຕັກເສີບໄດ້ເລີຍ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ