ໜ້າຫຼັກສູດອາຫານລາວປະເພດຫນື້ງ

ເຂົ້າຫນົມແຫນບ

(1 ໂຫວດ) • ໂດຍ ສາວນ້ອຍ

4 ຄົນ · ຍາກ · 80 ນາທີ · ປານກາງ

ເຂົ້າໜົມແໜບ ແມ່ນ ຂອງຫວານ ທີ່ ຊາວລາວ ຫລື ຊາວພຸດເຮົາ ເຮັດໄວ້ ໄປວັດ ຫລື ສຳລັບ ງານບວດ ງານບຸນຕ່າງໆ. ສ່ວນຫລາຍແລ້ວ ເຂົ້າໜົມແໜບມີ 2 ໄສ້ ຄື ໝາກພ້າວ ແລະ ຖົ່ວຂຽວ.

ເຄື່ອງປຸງ

ສ່ວນຂອງແປ້ງ

ສ່ວນຂອງ ໄສ້ຖົ່ວເຫລືອງ

ສ່ວນຂອງ ໄສ້ຫມາກພ້າວ

ພາກສ່ວນຫໍ່

  • ໃບຕອງ 5 ກ້ານ, ( ຈີກເປັນສີຫລຽມຕັດໃຫ້ເປັນຫົກຫລຽມ ແລ້ວເອົາໄປນື່ງໃຫ້ອ່ອນ ແລ້ວເຊັດໃຫ້ສະອາດ ປະໄວ້)
  • ນ້ຳມັນພືດ 1 ຖ້ວຍນ້ອຍ

ວິທີເຮັດ

# ການເຮັດໄສ້

-ໄສ້ຖົ່ວເຫລືອງ

1. ລ້າງ ຖົ່ວຂຽວ ໃຫ້ສະອາດແລ້ວ ມ່າໃສ່ນ້ຳ ປະໄວ້ ປະມານ 3-4ຊົ່ວໂມງ.

2. ຈາກນັ້ນ ເອົາຖົ່ວຫລືອງ ດັ່ງກ່າວ ມາຫນຶ້ງ ປະມານ 20 ນາທີ (ສັງເກດ ເວລາ ຈັບຫມາກຖົ່ວເຫລືອງ ບີເບິ່ງ ມັນຈະຜຸ) ປະໄວ້ ໃຫ້ເຢັນ ແລ້ວເອົາມາຕຳ ຈົນມຸນ.

3. ຈາກນັ້ນ ຕັ້ງກະທະ ແລ້ວເອົານ້ຳມັນ ລົງຂົ້ວ ໃຫ້ນ້ຳຕານແດງ. ຕື່ມນ້ຳໃສ່ ຕົ້ມຈົນ ນ້ຳຕານ ລະລາຍ.

4. ເອົາ ຖົ່ວ ເຫລືອງ ທີ່ຕຳມຸ່ນນັ້ນ ລົງໃສ່ຫມໍ້, ຄົນຈົນກວ່າ ໄສ້ ຈະຫນຽວ ແລ້ວປະໄວ້ ໃຫ້ເຢັນ.

-ໄສ້ຫມາກພ້າວ

1. ເອົານ້ຳຕານລົງຂົ້ວ ໃສ່ກະທະ ຈົນນ້ຳຕານ ກາຍເປັນ ສີເຫລືອງ.

2. ເອົານ້ຳລົງໃສ່ ຕົ້ມຈົນນ້ຳຕານ ລະລາຍ ແລ້ວເອົາຫມາກພ້າວລົງຂົ້ວ ຈົນຫມາກພ້າວ ຫນຽວແຫ້ງ ຖືວ່າສຳເລັດ.

# ວິທີກຽມແປ້ງ

1. ເອົາແປ້ງເຂົ້າຫນຽວ+ແປ້ງເຂົ້າຈ້າວ+ເກືອ ຄົນໃສ່ກັນ.

2. ເຕີມນ້ຳ ເທື່ອລະຫນ້ອຍ ແລ້ວນວດຄັ້ນ ຈົນແປ້ງ ເປັນເນື້ອ ດຽວກັນ.

3. ຈາກນັ້ນ ປັ້ນແປ້ງ ເປັນກ້ອນມົນ ນ້ອຍໆ ແລະໃສ່ ໄສ້ ທີ່ຕ້ອງການ. ປັ້ນ ເປັນກ້ອນ ໄປ ຈົນໝົດ ແປ້ງແລະ ໄສ້.

4. ເອົາໃບຕອງ ທານ້ຳມັນພືດ. ແລ້ວ ເອົາແປ້ງ ທີ່ປັ້ນ ເປັນກ້ອນ ທີ່ມີໄສ້ແລ້ວນັ້ນ ຫໍ່ດ້ວຍໃບຕອງ

5. ນຳເອົາ ເຂົ້າຫນົມແຫນບ ທີ່ຫໍ່ນັ້ນ ໄປຫນຶ້ງ ປະມານ 45ນາທີ ຫລືອ ຈົນກວ່າຈະສຸກ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ