ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຜັດຫມີ່ ຊີອິ້ວດຳ ໃສ່ກຸ້ງສົດ

(0 ໂຫວດ) • ໂດຍ ສາວນ້ອຍ

3 ຄົນ · ປານກາງ · 45 ນາທີ · ປານກາງ

ໃຜມັກ ເສັ້ນມາທາງນີ້ເລີຍ, ຊ່ວງນີ້ ຫວ່າງໆ ຫາແຕ່ແນວກິນ. ມື້ນີ້ ມາແຊ ຜັດຫມີ່ ຊີອິ້ວດຳ ໃສ່ກຸ້ງສົດ. ລອງເບິ່ງລະ ເຮັດນຳກັນເບິ່ງເດີ.

ເຄື່ອງປຸງ

ວິທີເຮັດ

1. ເອົານ້ຳ 500ມິນລີລິດ ໃສ່ຫມໍ້ ຕົ້ມຈົນຟົດ ແລ້ວໃສ່ເກືອ. ຈາກນັ້ນ ເອົາຫມີ່ ລົງຕົ້ມປະມານ 1 ນາທີ. ແລ້ວເອົາຜັກກາດຂາວ, ຜັກກາດຊອມ ໃສ່ຕົ້ມອີກປະມານ 2-3 ນາທີ. ແລ້ວຕັກອອກລ້າງນ້ຳເຢັນ ແລ້ວໃສ່ກະເຊາະ ປະໄວ້ໃຫ້ສະເດັດນ້ຳ.

2. ເອົານ້ຳມັນພຶດ ໃສ່ກະທະ ເມື່ອນ້ຳມັນ ເລີ່ມຮ້ອນ ໃສ່ກະທຽມກັບຫອມບົວໃຫຍ່, ເມື່ອກະທຽມເຫລືອງ ກໍ່ໃສ່ກຸ້ງສົດ, ຄະນໍ, ພິກໄທ.

3. ເມື່ອກຸ້ງເລີ້ມປ່ຽນສີ ກໍ່ໃສ່ໄຂ່ໄກ່, ຊີອິ້ວຂາວ. ຜັດອີກປະມານ2 ນາທີ. ກໍ່ເອົາຫມີ່ ກັບ ຜັກລົງ, ຕາມດ້ວຍ ຊີອິ້ວດຳ,ນ້ຳມັນຫອຍ, ນ້ຳດື່ມປະມານ 100ມີນລີລິດ. ຈາກນັ້ນ ຜັດອີກ ຈົນກວ່າ ນ້ຳທີ່ໃສ່ນັ້ນເລີ້ມແຫ້ງ, ກໍ່ໃສ່ແປ້ງນົວ ຊິມລົດຊາດ ເຕີມເຄື່ອງປຸງເພິ້ມໄດ້ຕື່ມ ຕາມລົດຊາດທີ່ມັກ.

4. ເອົາຜັດຫມີ່ທີ່ໄດ້ ໃສ່ຈານ ແລ້ວໂຮຍ ດ້ວຍຫອມບົ່ວ ແລະ ຫອມປ້ອມ (ເອົາ ຫມາກເຜັດດອງ ນ້ຳສົ້ມໃສ່ ຕອນກິນໄດ້ ຫລື ໂຮຍດ້ວຍຫມາກເຜັດຜົງ ຖ້າໃຜມັກກິນເຜັດ).

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ