ໜ້າຫຼັກສູດອາຫານລາວປະເພດຫນື້ງ

ເຂົ້າຫນຽວຫມາກມ່ວງ

(1 ໂຫວດ) • ໂດຍ ສາວນ້ອຍ

8 ຄົນ · ປານກາງ · 65 ນາທີ · ປານກາງ

ເຂົ້າຫນຽວຫມາກມ່ວງ ມັນຕ້ອງມີ ໝາກມ່ວງກັບ ເຂົ້າໜຽວເນາະ ຮາຮາຮາ. ມາເບິ່ງວ່າຊິເອົາມັນມາປະສົມກັນຈັ່ງໃດໃຫ້ແຊບນີ້.

ເຄື່ອງປຸງ

ວິທີເຮັດ

1. ເອົານ້ຳກະທິ 300ມິນລີລິດ ໃສ່ຫມໍ້ ຕັ້ງໄຟອ່ອນ, ຈາກນັ້ນ ໃສ່ເກືອ 1ບ່ວງກາເຟ, ໃສ່ນ້ຳຕານ+ໃບເຕີຍ. ພໍກະທິ ຟົດກໍ່ຕັກເອົາໃບເຕີຍອອກ, ໃສ່ເຂົ້າຫນຽວໜຶ້ງສຸກ ຄົນໃຫ້ເຂົ້າກັນ ປິດໄຟ. ປະໄວ້ປະມານ 15ນາທີ ເພື່ອໃຫ້ ເຂົ້າ ກັບ ກະທິ ມັນເຂົ້າກັນ.

2. ເຮັດນ້ຳລາດ ກະທິ: ເອົາກະທິ 200ມິນລີລິດ ໃສ່ຖ້ວຍ, ໃສ່ແປ້ງສາລີ1ບ່ວງກາເຟ, ແລ້ວໃສ່ເກືອ1/2ບ່ວງກາເຟ, ຄົນໃຫ້ແປ້ງ ລະລາຍ ກັບນ້ຳກະທິ. ຕັ້ງໄຟອ່ອນ ເອົາກະທິ ທີ່ຄົນໃສ່ແປ້ງນັ້ນ ຕົ້ມໃສ້ຫມໍ້ ໃຫ້ຄົນໄປ ນຳໃຊ້ໄຟອ່ອນທີ່ສຸດ ປະມານ 5 ນາທີ. ສັງເກດມັນຫນຽວ ກໍ່ປິດໄຟ.

3. ວິທີເສີບ: ນ້ຳເອົາເຂົ້າ ທີ່ໄດ້ ໃສ່ຈານ+ຫມາກມ່ວງ ທີ່ປາດເປັນປ່ຽງລຽງໃສ່, ລາດດ້ວຍນ້ຳກະທິ ແລະ ໂຮຍດ້ວຍງາຂົ້ວ. ເປັນອັນຈົບພິທີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ