ໜ້າຫຼັກສູດອາຫານລາວປະເພດຫນື້ງ

ເຂົ້າຕົ້ມຫມາກກ້ວຍ

(0 ໂຫວດ) • ໂດຍ ສາວນ້ອຍ

6 ຄົນ · ປານກາງ · 60 ນາທີ · ປານກາງ

ສ່ວນຫລາຍແລ້ວ ຄົນລາວ ຈະເຮັດ ເຂົ້າຕົ້ມ ຫມາກກ້ວຍ ຍາມ ຕັກບາດ, ມີບຸນ ສິນ ກິນທານ. ແຕ່ຖ້າບໍ່ມີບຸນ ເຮັດກິນຫລິ້ນ ກະຫາກບໍ່ຜິດ :=). ຫລາຍບ້ານ ຫລາຍທ້ອງຖິ່ນກະມີສູດຕ່າງກັນເນາະ. ແຕ່ນີ້ແມ່ນ ສູດງ່າຍໆ ສຸດລະ.

ເຄື່ອງປຸງ

  • pisang-awak-banana 10 ໜ່ວຍ, ເອົາໜ່ວຍພໍດີເຫລືອງ (ປອກເປຶອກ ຜ່າເຄິ່ງຕາມລ່ວງຍາວ ຖ້າຫນ່ວຍໃຫ່ຍ ຜ່າ 4ປ່ຽງກໍ່ໄດ້)
  • ເຂົ້າໜຽວໜຶ້ງສຸກ 500 ກຣາມ
  • ກະທິໝາກພ້າວ 300 ມິນລີລິດ
  • ນ້ຳຕານ 300 ກຣາມ
  • ເກືອ 1 ບ່ວງກາເຟ
  • ໃບຕອງ 10 ອັນ, ຕັດໃບຕອງ ຂະໜາດປະມານເຈ້ຍ A5 ຫລືນ້ອຍກວ່າຫນ້ອຍໜຶ່ງກະໄດ້ ( ລ້າງ ແລະ ເຊັດໃຫ້ສະອາດ ແລ້ວ ເອົາໄປຫນຶ່ງ ໃຫ້ອ່ອນ)

ວິທີເຮັດ

1. ເອົາກະທິ ໃສ່ຫມໍ້, ເກືອ, ນ້ຳຕານ ຕົ້ມໃຊ້ໄຟອ່ອນ ພໍນ້ຳຕານລະລາຍ ໃສ່ເຂົ້າຫນຽວ ຫນຶ້ງສຸກ. ຄົນໃຫ້ເຂົ້າກັນ ແລ້ວ ປະໄວ້ໃຫ້ເຢັນ.

2. ນຳ ເອົາໃບຕອງ ມາຫໍ່ ໂດຍເອົາ ເຂົ້າໃສ່ ແລະ ເອົາຫມາກກ້ວຍໃສ່ ແລ້ວຫໍ່.

3. ເອົາໄປຫນຶ່ງ ໃຊ້ເວລາປະມານ 30-40ນາທີ. ເອົາອອກມາປະໃຫ້ເຢັນ ແລ້ວເສີບ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ