ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳໝາກຫຸ່ງ ເຜັດ100 ຫນ່ວຍ

(2 ໂຫວດ) • ໂດຍ Kimmi Kim

3 ຄົນ · ງ່າຍ · 15 ນາທີ · ປານກາງ

ເຜັດຈົນ.....ສັ່ນ !! ກິນໄດ້ກະກິນ ກິນບໍ່ໄດ້ ກະເທໃຫ້ໄກ່ ຮາຮາຮາ. ຄຳເຕືອນ: ຄໍອ່ອນຫ້າມລອງ ອັນຕະລາຍເຖິງກະເພາະ!

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ປອກໝາກຫຸ່ງ, ຟັກ ແລະຊອຍເປັນເສັ້ນ.

2. ເອົາຄົກມາ, ຖອກໝາກເຜັດລົງ ລ້ອຍໜ່ວຍ! ຕາມດ້ວຍ ກະທຽມ, ກະປິ, ແປ້ງນົວ, ນ້ຳຕານປີ໊ບ, ນ້ຳຕານຊາຍແດງ. ຕຳໃຫ້ແຫລກ.

3. ບີບໝາກນາວລົງ, ນ້ຳປາ, ໝາກເລັ່ນນ້ອຍ. ຕຳໃຫ້ເຂົ້າກັນ.

4. ໃສ່ປາແດກ, ໝາກຫຸ່ງລົງໄປ, ໃສ່ໃບກະທຽມນຳ ຈຶ່ງແຊບ. ຕຳໆ ໆ ໃຫ້ເຂົ້າກັນດີ.

5. ຊີມລົດຊາດຕາມໃຈມັກ, ແລ້ວກະເທ ລົງຖາດ ຕາມດ້ວຍຜັກກັບ. ເອີ້ນໝູ່ມາ ຕຽມຊັດໄດ້ເລີຍ. ເຜັດຈົນ ຫູ ອອກຄວັນ ຊິກິນໄດ້ ບໍ່ທໍ່ນັ້ນລະ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ