ໜ້າຫຼັກສູດອາຫານອາຫານຫວຽດນາມອົບ

ເຂົ້າຈີ່ປາເຕ້

(2 ໂຫວດ) • ໂດຍ Kimmi Kim

3 ຄົນ · ງ່າຍ · 15 ນາທີ · ຖືກ

ເຂົ້າຈີ່ປາເຕ້ ແມ່ນອາຫານຂ້າງທາງຍອດຮິດ ສ່ວນຫລາຍກິນຍາມເຊົ້າ ແລະ ຫາກິນໄດ້ງ່າຍ ໃນ ລາວ ແລະ ຫວຽດ. ແຕ່ລະບ່ອນ ກະປັບສູດຕາມທ້ອງຖິ່ນໃຜມັນ. ແຕ່ຫລັກໆ ແລ້ວ ກະມີຢູ່ ສ່ຳນີ້ ກະແຊບແຮງແລ້ວ :-) ສ່ວນປະສົມ ແຕ່ລະອັນ ເຮັດເອງ ກະໄດ້ ຫລື ບໍ່ຊັ້ນກະຊອກຊື້ ສຳເລັດ ມາເລີຍ.ມາເບິ່ງວ່າມີຫຍັງແດ່.

ເຄື່ອງປຸງ

  • ເຂົ້າຈີ່ຝລັ່ງ 3 ກ້ອນ
  • ປາເຕ້ຕັບໄກ່ ຫລືໝູ 1 ປ໋ອງ
  • ຢໍ່ຫມູ 1 ຕ່ອນ
  • ໝູແດງ 3 ຕ່ອນ
  • ໝູຝອຍ 1 ຖ້ວຍນ້ອຍ
  • ກາລົດດອງ-ແຕງດອງ 1 ຖ້ວຍນ້ອຍ
  • ຫອມປ້ອມ 6 ກ້ານ

ວິທີເຮັດ

1. ຊອຍຫມູແດງ​ແລະ​ ຢໍ່​ບາງໆ ພໍຄຳ.​

2. ອຸ່ນເຂົ້າຈີ່​ ພໍໃຫ້ມັນກອບ ແລ້ວ​ປາດ.​

3. ເອົາປາເຕ້ທາໃສ່ກ່ອນ,​ ຕາມດ້ວຍ​ຫມູແດງ,​ເຄື່ອງດອງ ຍັດເຂົ້າໄປ , ແລະ ​ຢໍ່ຫມູ. ແລ້ວເອົາຜັກຫອມປ້ອມ ແລະຫມູຝອຍ ອັດທ້າຍ.

ພິເສດ.​ໃຜມັກ ມາຢອງເນສ, ຊ໊ອສ​ຫມາກເຜັດ ຫລື​ສະອິ້ວກໍ່ໃສ່ເພີ່ມໄດ້.​

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

J'adore le banh mi

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ