ໜ້າຫຼັກສູດອາຫານລາວສະຫຼັດ

ຍຳຜັກກາດນ້ຳ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 30 ນາທີ · ຖືກ

​ມື້ນີ້​ມາເຮັດຍຳ ຜັກກາດນ້ຳ​ກິນ.ວິທີເຮັດກະຄ້າຍຍຳສະລັດທົ່ວໄປ ແຕ່​ເວລາມາກິນກັບ ຜັກກາດນ້ຳ​ມັນຈະໄດ້ລົດຊາດ ເຂັ້ມຂົ້ນອີກແບບຫນຶ່ງ.​

ເຄື່ອງປຸງ

ວິທີເຮັດ

1.ຕົ້ມໄຂ່ ໃຫ້ສຸກ ແລ້ວ​ປອກໄວ້,​ແຍກໄຂ່ຂາວ ແລະ​ແດງອອກ​ໄວ້ໃສ່ຖ້ວຍ.​

2. ຈຽວຫອມບົ່ວ ແລະ​ກະທຽມ​ ໃຫ້ເຫລືອງ ແລ້ວເອົາຊີ້ນຫມູ ລົງຂົ້ວ.ປຸງລົດດ້ວຍ ເກືອ,​ຄະນໍ, ແລະພິກໄທ.​ ຂົ້ວໃຫ້ສຸກ ແລ້ວປະໄວ້ໃຫ້ເຢັນ.​

3. ເຮັດນ້ຳຍຳ

- ຕີນ້ຳຕານໃສ່ນ້ຳຮ້ອນໃຫ້ເປື່ອຍ ປະໄວ້ໃຫ້ເຢັນ. ແລ້ວເອົາໄຂ່ແດງ ຕີໃສ່ໃຫ້ມຸ່ນ.​

- ໃສ່ນ້ຳປາ,​ຫມາກນາວ, ຖົ່ວດິນ,​ແລະຊີ້ນຫມູທີ່ຂົ້ວໄວ້ນັ້ນ ຄົນໃສ່ກັນ.​ຊີມໃຫ້ ພໍດີ.

4. ຈັດຜັກທຸກຢ່າງໃສ່ຊາມ ຊອຍໄຂ່ຂາວໃສ່ນຳ.​ແລ້ວຖອກນ້ຳຍຳລົງ​ແລະ​ ​ຄົນ​ໃຫ້ທົ່ວ.​​ພ້ອມເສີບ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ