ໜ້າຫຼັກສູດອາຫານອາຫານຝລັ່ງປະເພດຂົ້ວ/ຜັດ

ຂົ້ວປາຫມຶກ​ຊ໋ອສຄຣີມ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 50 ນາທີ · ຖືກ

ຂົ້ວປາໝຶກໃສ່ຊ໋ອສຄຣີມ ເປັນ ອີກໜຶ່ງເມນູ ທີ່ເຮັດງ່າຍ ແລະ ແຊບ. ແນະນຳ ເສີບ ກັບເຂົ້າຈ້າວ ຮ້ອນໆ ແລະ ໂຮຍໜ້າ ດ້ວຍ ເຜັດຜົງໜ້ອຍໜຶ່ງ ເພື່ອ ຄວາມເຂັ້ມຂົ້ນຕື່ມ. ມາເບິ່ງວິທີແຕ່ງກັນເລີຍ.

ເຄື່ອງປຸງ

ວິທີເຮັດ

1. ຂົ້ວປາໝຶກໃສ່ ກະທະ ບໍ່ໃສ່ນ້ຳມັນ ເພຶ່ອໃຫ້ນ້ຳຈາກໝຶກ ອອກຫມົດ ໃຫ້ແຫ້ງກ່ອນ​

2. ຈາກນັ້ນໃສ່​ນ້ຳມັນຫມາກກອກ ​ແລະ ກະທຽມ, ແລ້ວ​ຂົ້ວໃຫ້ເຫລືອງ (ໄຟປານກາງ)

3. ໃສ່​ວາຍຂາວ,​ເກືອ,​ຄະນໍ (ໃສ່ນ້ຳ ໃຫ້ເກືອບຖ້ວມປາໝຶກຖ້າມັນ ແຫ້ງໂພດ).​

4. ອ່ອນໄຟ ແລະ​ປິດຝາໄວ້ 30ນາທີ.​

5. ເລັ່ງໄຟ ຂຶ້ນປານກາງ. ໃສ່​ ຄີມສົດ ຂ້ຽວ​ 3 ນາທີ ຫລື ຖ້າມັກຊ໊ອດເຂັ້ມຂົ້ນກະຂ້ຽວຕໍ່ ,​ ຊີມລົດ ແລ້ວ ໃສ່ພິກໄທ​ ຕາມດ້ວຍ ພາສລີ.​ ພ້ອມເສີບເລີຍ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ