ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດແກງ/ເອາະ

ເຝີຫວຽດ

(0 ໂຫວດ) • ໂດຍ nuocmamafoods

6 ຄົນ · ປານກາງ · 8 ຊົ່ວໂມງ · ປານກາງ

ວັນພັກ ຢູ່ບ້ານ ມາເຮັດເຝີກິນເທາະ. ເຝີຮ້ອນໆພ້ອມເສີບ :) ສູດທີ່ມາ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ວິທີເຮັດ

1. ຕົ້ມກະດູກທີ່ລວກ ແລະ ລ້າງໄວ້ນັ້ນ ໃສ່ເກືອ ແລະ ນ້ຳໃຫ້ຖ້ວມດູກ.

2. ຕົ້ມໃຫ້ຟົດກ່ອນ ແລ້ວ ອ່ອນໄຟລົງຄ່ອຍໆຕົ້ມໄປ ປິດຝາໝໍ້ພ້ອມ ຕົ້ມປະມານ 5-7 ຊົ່ວໂມງ ຫລືຂ້າມຄືນແຮ່ງດີ.

3. ຕັກກະດູກອອກ.ໃສ່ຖົງເຄື່ອງເທດ. ຕາມດ້ວຍ ຂີງ ແລະ ຫົວບົ່ວໃຫຍ່.

4. ຕົ້້ມຕໍ່ 30 ນາທີ. ເພາະ ເຄື່ອງເທດ ຖ້າຕົ້ມດົນ ເຮັດໃຫ້ ນ້ຳຊຸບດຳໂພດ (ແລ້ວແຕ່ຄົນມັກ).

5. ຕັກຖົງ ເຄື່ອງເທດຖິ້ມ ແລ້ວຕື່ມນ້ຳໃສ່ຕາມປະລິມານຕ້ອງການ ແລະ ຕົ້ມຕໍ່ ໃຫ້ມັນລົດລົງ. ຈາກນັ້ນ ປຸງລົດຊາດຕາມໃຈມັກ. ຄ່ອຍຕົ້້ມຕໍ່ໄປຈົນຮອດຍາມກິນເລີຍກະໄດ້ ແຕ່ກະໃຫ້ນ້ຳພໍດີກັບ ຖ້ວຍເຝີ.

6. ໃສ່ ເສັ້້ນ ຊີ້ນລວກ ແລະ ຜັກຫອມຕາມໃຈ ແລ້ວ ຕັກນ້ຳເຝີໃສ່. ພ້ອມເສີບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ