ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ປົ່ນ ຊີ້ນແຫ້ງ

(0 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ງ່າຍ · 40 ນາທີ · ຖືກ

ນີ້ຄື ອາຫານບ້ານນອກ ລົດເດັດ ອີກອັນໜຶ່ງ. ກິນກັບຜັກຫລາຍໆ ແລະ ເຂົ້າຫນຽວຮ້ອນໆ ເຂົ້າກັນ ອ່ຳລ່ຳ !

ເຄື່ອງປຸງ

ວິທີເຮັດ

1. ຄ້າງຫມໍ້ໃສ່ນ້ຳ,​ເກືອ,​ຫົວສີໄຄ,​ແລະ​ຂ່າ.

2. ພໍຫມໍ້ຟົດໃສ່ ປາແດກ,​ຊີ້ນ,​ແລະ​ຫມາກເຂືອ ຕົ້ມປະມານ 15​ນາທີ​ໃຫ້ຫມາກເຂືອ ແລະຂີ້ນສຸກ.​

3. ຕັກ​ຊີ້ນ,​ ຫມາກເຂືອ, ​ຫົວບົ່ວ, ​ກະທຽມ​, ຫມາກເຜັດ, ອອກມາ​ຕຳໃສ່ຄົກ ໃຫ້ແຫລກ.​

4. ເອົາ​ນ້ຳ​ເອາະ​ໃນຫມໍ້ຖອກລົງ ຄົນໃນຄົກ.​ ຊີມລົດຊາດພໍດີ ແລ້ວໃສ່.​ຫອມ​ຊອຍ​ທຸກຢ່າງ.​ຕັກເສີບ.​


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ