ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດແກງ/ເອາະ

ແກງກະລີ່ໄກ່ ສູດຫວຽດ

(2 ໂຫວດ) • ໂດຍ nuocmamafoods

6 ຄົນ · ປານກາງ · 4 ຊົ່ວໂມງ · ປານກາງ

ອາຫານພ້ອມເສີບແລ້ວ: ແກງກະລີ່ໄກ່ ສະຕາຍຫວຽດນາມ. ງ່າຍໆແຕ່ແຊບ ມາເດີ. ສູດຕົ້ນຕຳລັບຈາກ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

  • ເຜືອກ , ປອກ ແລະ ຕັດເປັນຕ່ອນ ແລ້ວ ເອົາໄປຈືນບຶດຫນຶ່ງກ່ອນ ມັນຈຶ່ງບໍ່ເປື່ອຍ ຕອນຕົ້ມ
  • ມັນດ້າງ , ປອກ ແລະ ຕັດເປັນຕ່ອນ ແລ້ວ ເອົາໄປຈືນບຶດຫນຶ່ງກ່ອນ ມັນຈຶ່ງບໍ່ເປື່ອຍ ຕອນຕົ້ມ
  • ໄກ່ເປັນໂຕ , ເລືອກເອົາ ໄກ່ລາດແຮ່ງແຊບ

ໝັກໄກ່

ກຽມນ້ຳແກງ

ວິທີເຮັດ

1. ປະສົມເຄື່ອງໝັກໄກ່ໃຫ້ເຂົ້າກັນກ່ອນ. ແລ້ວ ຕັດໄກ່ເປັນຕ່ອນ ແລະຄົນໃສ່ເຄື່ອງໝັກ ປະໄວ້ 2-4 ຊົ່ວໂມງ. (ຫລື ໃຜມັກໃຊ້ ແຕ່ປີກ ຫລື ສ່ວນໃດກະໄດ້).

2. ກຽມໝໍ້ແກງ, ເອົາທຸກຢ່າງລົງຕົ້ມໃນໝໍ້ ຍົກເວັ້ນກະທິໝາກພ້າວ ແລະໄກ່. ຕົ້້ມໃຫ້ຟົດ.

3. ຕັ້ງໝໍ້ຂາງ ເພື່ອຂົ້ວໄກ່ທີ່ໝັກນັ້ນ ເພຶ່ອໃຫ້ມັນຫອມ ແລະ ສີງາມກະພໍ. ບໍ່ໃຫ້ສຸກກະໄດ້.

4. ຈາກນັັ້ນ ຖອກໄກ່ທີ່ຂົ້ວນັ້ນລົງໝໍ້ ທີ່ກຽມໄວ້, ຕົ້ມໃຫ້ຟົດ ແລະ ໃສ່ ເຜືອກ ແລະ ມັນ. ຕົ້້ມໃຫ້ມັນຟົດກ່ອນ ແລ້ວ ອ່ອນໄຟລົງ ຕຸນໄປ 8-10 ນາທີ. ຈາກນັ້ນ ຊີມລົດຕາມມັກ. ແລ້ວຕື່ມ ກະທິໝາກພ້າວລົງ ແລະ ຄ່ອຍໆ ຄົນໃຫ້ເຂົ້າກັນ. ປະໄວ້ ໃຫ້ ຟົດອີກບາດໜຶ່ງ ແລ້ວ ປິດໄຟ. ເມື່ອໃສ່ກະທິແລ້ວ ຫ້າມຕົ້ມດົນ.

5. ພ້ອມເສີບ ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ