ໜ້າຫຼັກສູດອາຫານເກົາຫລີໃຕ້ອົບ

ເຂົ້າຈີ່ ຍັດໄສ້ ຄີມຊີສກະທຽມ ສະບັບເກົາຫລີ

(0 ໂຫວດ) • ໂດຍ nuocmamafoods

1 ໂຫຼ · ປານກາງ · 30 ນາທີ · ປານກາງ

ເບິ່ງດີໆ ສູດນີ້ ງ່າຍໆ ແຕ່ແຊບ. ສ່ວນ ເຂົ້າຈີ່ນັ້ນ. ໄປຊື້ ສຳເລັດ ຢູ່ຮ້ານເລີຍ ກະໄດ້ ເພາະປະຢັດ ເວລາດີ. ສູດມາຈາກ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ໄສ້ທາງໃນ

ກຽມຊ໊ອສກະທຽມໄວ້ຈຸ່ມ

ວິທີເຮັດ

1. ຕັ້ງເຕົາອົບທີ່ 200° ອົງສາເຊວ ຫລື or 400 ຟາເຣັນໄຮ.

2. ກຽມເຂົ້າຈີ່: ຜ່າເຂົ້້າຈີ່ ເປັນຊີກ ແຕ່ບໍ່ໃຫ້ຂາດ ຈຳນວນຕາມຕ້ອງການ.

3. ກຽມໄສ້: ປະສົມເຄື່ອງປຸງທຸກຢ່າງໃຫ້ເຂົ້າກັນ ແລະ ຄັ້ນໃຫ້ຈົນໄດ້ເນື້ອລະອຽດດີ. ສາມາດໃຊ້ເຄື່ອງຕີປະສົມກະໄດ້ ຕັ້ງໃສ່ເບີ້ຕ່ຳ (1-2 ນາທີ). ຈາກນັ້ນເອົາຄຣີມທີ່ຕີແລ້ວນັ້ນໃສ່ ບ່ວງ ຫລື ຖົງຢາງ ເຈາະຮູ ແລ້ວບີບໃສ່ໃນ ເຂົ້າຈີ່ ທີ່ຜ່າໄວ້. ປະໄວ້.

4. ກຽມ ຊ໊ອສກະທຽມ: ລະລາຍເບີ ແລ້ວ ເອົາເຄື່ອງປະສົມທຸກຢ່າງໃສ່ລົງເຄື່ອງຕີ.

5. ລວມສ່ວນປະກອບເຂົ້າກັນ: ປູເຈ້ຍມັນ(ສຳລັບໃຊ້ກັບເຕົາອົບ)ລົງໃນພາສະນະ ເປັນຖາດ ທີ່ຈະເຂົ້າເຕົາອົບ. ເອົາເຂົ້້າຈີ່ ຈຸ່ມລົງໃນ ຊ໊ອສກະທຽມ ໃຫ້ທົ່ວກ້ອນ. ເຮັດແບບນີ້ທຸກກ້ອນ ແລ້ວນຳໄປອົບ 10-12 ນາທີ (ຕັ້້ງຄ່າໂໝດເປີດພັດລົມໃນເຕົາອົບພ້ອມ).

6. ເອົາອອກມາ ພ້ອມເສີບ, ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

bonjour savez-vous le nom de ce plats en coréen ?

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ