ໜ້າຫຼັກສູດອາຫານລາວສະຫຼັດ

ຍຳຢໍ່ໝູ

(2 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ງ່າຍ · 40 ນາທີ · ຖືກ

ມື້້ນີ້ ຄິດຢາກແນວເຜັດໆ ແຊບໆ. ກະເລີຍຊວນໝູ່ ມາເຮັດ ຍຳຢໍ່ ກິນຫລິ້້ນຢູ່ບ້ານ ຢູ່ເຮືອນ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເຮັດນ້ຳຍຳ

- ເອົາຫມາກເຜັດ,​ກະທຽມສົດ, ຫົວສີໄຄ,​ ກະທຽມ​ດອງ,​ເກືອ,​ແປ້ງນົວ, ນ້ຳຕານ,​ຫມາກນາວ, ນ້ຳດື່ມ, ຊ໋ອສເລັ່ນ, ແລະ​ຊ໋ອສເຜັດ,​ ລົງໄປໃນຊາມ ຄົນໃຫ້ເຂົ້າກັນດີ.

2. ເອົາ​ເຫັດຫູໜູ​ຂາວ,​ ກາລົດ,​ ຫົວບົ່ວໃຫຍ່, ຢໍ່​ທີ່ຊອຍລົງນັ້ນ ໃສ່ຊາມໃຫຍ່,​ຖອກ​ນ້ຳຍຳທີ່ກຽມໄວ້ໃສ່ ແລະ​ຄົນເຂົ້າກັນ ແລະຊີມລົດຊາດຕາມໃຈມັກ. ຈາກນັ້ນ ໃສ່​ຫອມທຸກຢ່າງທີ່ຊອຍລົງໄປຄົນໃຫ້ເຂົ້າກັນ ແລະ ເສີບໃສ່ຈານ. ເປັນອັນວ່າຈົບພິທີ :)​

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ