ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດແກງ/ເອາະ

ຕົ້ມ​ພາສຕ້າ ແຊບໆ

(1 ໂຫວດ) • ໂດຍ nuocmamafoods

4 ຖ້ວຍ · ງ່າຍ · 25 ນາທີ · ຖືກ

ແລງນີ້ກິນເຂົ້າກັບຫຍັງດີ?​ ຕົ້ມ​ພາສຕ້າ ກັບ​ຊີ້ນຫມູ ຊົດຮ້ອນໆສາເນາະ.​

ເຄື່ອງປຸງ

ວິທີເຮັດ

1. ຕົ້ມ​ເສັ້ນ​ ພາສຕ້າ​ໃຫ້ສຸກ​ແລະ​ໃຫ້ອ່ອນເພີ່ມຫນ້ອຍຫນຶ່ງ.​ ​ຖອກນ້ຳອອກ ແລ້ວ ປະໄວ້.​

2. ປະສົມຊີ້ນຫມູ​ບົດ​(ທີ່ປັ່ນເປັນເນື້ອລະອຽດແລ້ວ)​ກັບ​ ກະທຽມ,​ເກືອ,​ພິກໄທ ປົ່ນ,​ແປ້ງນົວ,​ຫລື​ ຜົງຄະນໍ, ແລະ​ບົ່ວໃບ​ຊອຍ.​ຈາກນັ້ນໃຊ້​ພ້າອີໂຕ້ ສັບໃຫ້ເຂົ້າ​ກັນດີ.​

3. ສຳລັບຫມໍ້ຕົ້ມ,​ໃຫ້ໃສ່ ນ້ຳຊຸບ(ສຳເລັດຮູບ) ແລະນ້ຳລົງໄປ.​ ຕົ້ມໃຫ້ຟົດ,​ ແລ້ວໃຊ້ບ່ວງຕັກ ຫມູບົດທີ່ກຽມໄວ້ນັ້ນປ່ອນລົງຫມໍ້ເທື່ອລະບ່ວງ ເຮັດຄື​ລູກຊີ້ນ.

4. ປຸງລົດນ້ຳຊຸບດ້ວຍ​ເຄື່ອງປຸງທີ່ ໃສ່ກັບລູກຊີ້ນຫມູ.​ ພຽງເພີ່ມນ້ຳປາ.​ ແລ້ວຊີມລົດຕາມໃຈຊອບ.​ຈາກນັ້ນ​ອ່ອນໄຟ​ລົງ​ແລະ​ປ່ອຍໃຫ້ຟົດ 3-5 ນາທີ.​ ແລ້ວປິດໄຟໄວ້.​

5. ກ່ອນຈະກິນ ກະຕັກ​ ເສັ້ນ​ພ້າສຕ້າໃສ່ຖ້ວຍ,​ຕາມດ້ວຍ​ ບົ່ວໃບ​ຊອຍ, ຕັກນ້ຳຊຸບໃສ່ ແລະຈຽວ​ຜັກບົ່ວໂຮຍຫນ້າ.​

ຫ້າມ​ເອົາເສັ້ນພາສຕ້າ ທີ່ຕົ້ມນັ້ນຖອກລົງຫມໍ້ປະໄວ້ເດັດຂາດເພາະມັນຊິດູດນ້ຳຊຸບ ແລະ​ເຮັດໃຫ້ ເສັ້ນອົມນ້ຳ,​ແຖມນ້ຳອອກຫນຽວໆ ກິນບໍ່ແຊບ.​.​

6. ພ້ອມເສີບ​ໄດ້ເລີຍ,​ແຊບ!​

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ