ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດ ອົບ/ເອາະ/ຕຸ໋ນ

ອົບງົວ ແບບຫວຽດ

(0 ໂຫວດ) • ໂດຍ nuocmamafoods

6 ຄົນ · ປານກາງ · 330 ນາທີ · ປານກາງ

ກິນ ອົບງົວ (Bo Kho) ນຳກັນບໍ່? ເມນູນີ້ ກິນໃສ່ ໝີ່ເຫລືອງ ຄັກສຸດ. ສູດຈາກ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ວິທີເຮັດ

ໝາຍເຫດ: ສູດນີ້ ບໍ່ໄດ້ ກະຕວງໃຫ້ເດີ ແລ້ວແຕ່ ໃຜຊິເຮັດໜ້ອຍ ເຮັດຫລາຍ. ໃຊ້ ເຄື່ອງປຸງ 1 ຖົງ ຕໍ່ນ້ຳ 3.5 ລິດ.

1. ຕົ້ມ ຄູຄັນນາ ກັບ ເອັນ ໃສ່ໝໍ້ ແລະ ໃສ່ເກືອ 1ບ່ວງນ້ອຍ. ໃສ່ນ້ຳ ໃຫ້ຖ້ວມຕ່ອນ. ແລ້ວຕົ້ມຈົນຟົດ, ປິດຝາໄວ້. ຈາກນັ້ນ ອ່ອນໄຟລົງ ຄ່ອຍໆ ຕຸນ ຈົນເປື່ອຍຕາມໃຈມັກ. ກະປະມານ2 ຫາ 3 ຊົ່ວໂມງ. ເມື່ອ ເປື່ອຍ ແລ້ວ ໃຫ້ ຕັກອອກ ໄປລ້າງນ້ຳ ແລະ ປະໄວ້ຖ້ວຍ. (ຖ້າໃຜບໍ່ມັກໃສ່ ຄູຄັນນາ ກັບ ເອັນ ໃຫ້ຂ້າມ ຂັ້ນຕອນນີ້ໄປເລີຍ).

2. ຄ້າງໝໍ້ໃຫຍ່, ໃສ່ນ້ຳມັນພືດ ແລະ ກະທຽມ ຢ່າງລະ 2 ບ່ວງແກງ. ຈຽວກະທຽມໃຫ້ເຫລືອງ ແລ້ວ ໃສ່ ຫົວບົ່ວໃຫຍ່, ກະດູກຂ້າງງົວ, ແລະ ຊີ້ນ. ຂົ້ວໃຫ້ເຂົ້າກັນ. ເອົາຖ້ວຍມາໃສ່ ນ້ຳ 1 ຈອກ ແລະ ເຄື່ອງປຸງລົດ1 ຖົງ, ຄົນໃຫ້ເຂົ້າກັນ. ແລ້ວນຳໄປຖອກໃສ່ ໝໍ້ຊີ້ນ. ສືບຕໍ່ຂົ້ວໄປ 5 ນາທີ. ໃສ່ນ້ຳປະມານ 2/3 ຂອງໝໍ້. ຕົ້ມໃຫ້ຟົດ, ປິດຝາ ລະ ອ່ອນໄຟລົງຄ່ອຍໆ ຕຸນໄປ. ດົນປານໃດ ແລ້ວ ແຕ່ຜູ້ມັກເປື່ອຍ (ປະມານ 2 ຊົ່ວໂມງ). ຈາກນັ້ນໃສ່ເຄື່ອງປຸງ ທັງໝົດລົງໄປ. ຕົ້ມໃຫ້ຟົດ. ຊີມລົດຊາດໃຫ້ພໍດີ. ອ່ອນໄຟລົງຄ່ອຍ ແລະ ອົບຕໍ່ໄປ 15 ນາທີ ຫລື ຈົນກວ່າ ກາລົດສຸກ. ປິດໄຟ ພ້ອມເສີບໄດ້ ;-)

ເຄັດລັບ: ເອົາເກືອ, ພິກໄທດຳ ແລະ ໝາກນາວ ສຳລັບແຈ່ວຈ້ຳເດີ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ