ໜ້າຫຼັກສູດອາຫານລາວປະເພດຈືນ

ຈືນປານິນ

(0 ໂຫວດ) • ໂດຍ ສາວວອນ ແກ້ງກອກ

2 ຄົນ · ປານກາງ · 30 ນາທີ · ປານກາງ

'ຈືນປານິນ' ກິນກັບເຂົ້າໜຽວຊື່ໆ ກະແຊບ, ແຕ່ ຖ້າໄດ້ ຕຳໝາກຫຸ່ງ ມາໃສ່ຕື່ມນີ້ ແຮ່ງຄັກ. ໃຜຢາກຈືນເອງ ແບບກອບນອກນຸ່ມໃນ ແລະ ບໍ່ຕິດໝໍ້ ເບິ່ງສູດຕາມນີ້ເລີຍ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ປາດໂຕປາ ເປັນ 3 ຫາ 4 ບັ້ນ. ເອືອບປາ ດ້ວຍກະທຽມ ຄະນໍຜົງ ແລະ ສະອິ້ວ. ນວດໃຫ້ເຂົ້າກັນດີ.

ຂັ້ນຕອນ 2: ຄ້າງຫມໍ້ໃສ່ນ້ຳມັນລົງໄປ, ໃສ່ເກືອ 1 ບ່ວງແກງ.

ຂັ້ນຕອນ 3: ພໍນ້ຳມັນຮ້ອນແຮງ ໃຫ້ເອົາປາມາຊຸບແປ້ງທອດທາໃຫ້ທົ່ວໂຕ ແລ້ວເອົາລົງຫມໍ້ ແລະ ຕາມດ້ວຍຂີງຊອຍໃສ່ໃນຫມໍ້. ໃຊ້ໄຟປານກາງຫາແຮງ ຈືນຂ້າງຫນຶ່ງປະມານ 10 ນາທີ. ແລ້ວ ປີ້ນຂ້າງຫນຶ່ງລົງ ຈືນຕໍ່ໄປ ອີກປະມານ 10 ນາທີ ແລ້ວຈຶ່ງ ປີ້ນດ້ານ ຈືນຈົນເຫລືອງກອບ.

ເຄັດລັບ: ບໍ່ໃຫ້ ປາຕິດຫມໍ້ແມ່ນ ໃສ່ເກືອໃນນ້ຳມັນກ່ອນຈືນ, ຊຸບແປ້ງປາຫນ້ອຍຫນຶ່ງ ແລະ ຫ້າມຄົນໃນຕອນທີ່ປາຍັງບໍ່ແຫ້ມ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ