ໜ້າຫຼັກສູດອາຫານອາຫານຫວຽດນາມອົບ

ເຂົ້າໜົມ ຮັງເຜິ້ງ ໃບເຕີຍ

(1 ໂຫວດ) • ໂດຍ nuocmamafoods

6 ຄົນ · ຍາກ · 3 ຊົ່ວໂມງ · ປານກາງ

ຢາກບອກສຳລັບ ຜູ້ຮຽນເຮັດ ໃໝ່ເດີ ວ່າ ເຂົ້າໜົມ ຮັງເຜິ້ງ ໃບເຕີຍ ສູດນີ້ ເປັນສູດ ທີ່ເຮັດຍາກ ສູດໜຶ່ງ. ຂ້ອຍຫວັງວ່າ ຂັ້ນຕອນ ການເຮັດ ທຸກອັນ ທີ່ບອກນີ້ ຈະຊ່ວຍໃຫ້ ທຸກທ່ານ ເຮັດໄດ້ ສຳເລັດ :) ສູດຈາກ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ວິທີເຮັດ

1. ເປີດເຕົາອົບໄວ້ ທີ່ອຸນນະພູມ 175-180°C ອົງສາ ແລະ ໃສ່ ຖາດ ອົບໄວ້ໃນ. ກ່ອນອື່ນໝົດ!

2. ປະສົມເຄື່ອງປຸງ ແຫ້ງ ທຸກຢ່າງເຂົ້າກັນໃສ່ຊາມມີດັ່ງນີ້: ແປ້ງສິງກະໂປ, ແປ້ງເຂົ້າຈ້າວ, ຜົງຟູ, ເກືອ 1/2 ບ່ວງກາເຟ, ນ້ຳຕານ. ຄົນໃຫ້ເຂົ້າກັນດີ. ປະໄວ້.

3. ເອົາໃບເຕີຍ ມາປັ່ນ ກັບນ້ຳ 120 ມິນລີລິດ. ຕອງເອົາແຕ່ນ້ຳ 120 ມິລີລິດ. ຈື່ໄວ້ວ່າ ຖ້າ ໃຊ້ ນ້ຳໃບເຕີຍສົດ ໃຫ້ຫັກປະລິມານ ກະທິໝາກພ້າວອອກ 120 ມິນລີລິດ. ຖ້າ ບໍ່ມີນ້ຳໃບເຕີຍໃຫ້ໃສ່ ກະທິ 400 ມິນລີລິດ ເລີຍ. ແລ້ວ ຄົນໃຫ້ເຂົ້າກັນໃນຊາມນັ້ນ ແລະ ໃສ່ສີ ໃບເຕີຍ ແລະ ສີອາຫານ. ຄົນໃຫ້ເຂົ້າກັນດີ ແລະ ປະໄວ້.

4. ເຕາະໄຂ່ ໃສ່ຊາມໜຶ່ງ ອີກ ແລ້ວ ໃຊ້ມີດຕັດ, ຕັດໄຂ່ເຫລືອງ ຈະໃຊ້ເວລາ ປະມານ 1 ນາທີ. ເພາະວ່າ ບໍ່ແມ່ນ ຕີໄຂ່ ປົນໃສ່ກັນ.

5. ຖອກໄຂ່ລົງໃສ່ ນ້ຳໃບເຕີຍທີ່ປະສົມ. ໃຊ້ສ້ອມ ຄ່ອຍຄົນ ເປັນວົງຕາມເຂັມໂມງ. ຈົນໃຫ້ມັນເປັນຄືດັ່ງຮູບ ທີ່ໂຊທາງເທິງ. ຢ່າ ຄົນດົນຫລາຍ. ຈາກນັ້ນ ກວດ ເບິ່ງ ອຸນນະພູມເຕົາອົບ ວ່າໄດ້ ແລ້ວບໍ່. ເພາະ ເວລາ ປະສົມ ແປ້ງ ກັບນ້ຳກະທິເຂົ້າກັນແລ້ວ ຫາກ ປະໄວ້ດົນ ມັນຈະເກີດ ປະຕິກິລິຍາຂຶ້ນ. ເຮັດໃຫ້ເຂົ້າໜົມ ຈະແຫ່ວ ແລະ ແປ ເວລາ ອົບແລ້ວ :(

6. ຖອກສ່ວນປະສົມ ກະທິ ແລະ ໄຂ່ ນັ້ນລົງ ໃສ່ ພວກແປ້ງທີ່ປະສົມໄວ້. ໃຊ້ ໄມ້ຕີເຄັກ ຕີເຂົ້າກັນ ຄ່ອຍໆຄົນ ປະມານ1 ນາທີ. ຫ້າມຄົນດົນກາຍນັ້ນ. ນອກຈາກ ມັນຍັງເປັນກ້ອນ ໃຫ້ຄົນຕໍ່ໄປ ຈົນມັນນຽນລະອຽດ.

7. ຕອງ ສ່ວນປະສົມແປ້ງທີ່ເຮັດແລ້ວນັ້ນໃສ່ ຕານ່າງ. ໃຊ້ ໄມ້ຕີເຄັກ ຄົນຕອນ ເຮົາຕອງ. ຄົນໄປ ວົງມົນ ຕາມເຂັມໂມງ. ເວລາຕອງ ໃຫ້ໃຊ້ ໄມ້ຕີເຄັກ ຫັ້ນ ຂູດເອົາແປ້ງທີ່ລອດ ອອກຕານ່າງ ທາງລຸ່ມອອກ ເພື່ອໃຫ້ມັນອອກງ່າຍ. ຕອງໄປເລື້ອຍໆຈົນໝົດ.

8. ໃສ່ ນ້ຳມັນເບີ້ (ທີ່ລະລາຍແລ້ວ) 2 ບ່ວງແກງ ໃສ່ ຊາມແປ້ງທີ່ຕອງແລ້ວ. ເກັບ ນ້ຳມັນເບີ ໄວ້ 1/2 ບ່ວງແກງ ສຳລັບ ທາໃສ່ແບບພິມອົບ ບໍ່ໃຫ້ມັນຕິດ . ແລ້ວໃຊ້ ສ້ອມ ຄົນ ນ້ຳມັນເບີ ໃສ່ ແປ້ງນັ້ນ ເປັນວົງມົນຊ້າໆ. ຫ້າມຄົນດົນ.

9. ເອົາ ແປ້ງນັ້ນວາງໃສ່ ຊັ້ນ ກາງເຄິ່ງ ຍັບເຂົ້າໄປໃນ ເຕົາອົບ. ຕັ້ງເວລາ 50 ນາທີ ທີ່ອຸນະພູມ 175-180°C ບໍ່ໃຊ້ ພັດລົມ. ໃນຂະນະນີ້ ຫ້າມເປີດເຕົາອົບເດັດຂາດ. ຖ້າຢາກເບິ່ງ ໃຫ້ ເປີດໄຟ ເຕົາອົບເບິ່ງທາງນອກ ເອົາເດີ.

10. ເວລາ ອົບແລ້ວ ເຂົ້າໜົ້ມຄວນ ຈະເປັນຄື ດັ່ງຮູບ ທີ່ໂຊ ຂ້າງເທິງ.

11. ເມື່ອອົບ ສຸກແລ້ວ ໃຫ້ ເປີດ ປະຕູ ເຕົາອົບ ຫນ້ອຍໜຶ່ງໄວ້ ຕໍ່ ປະມານ 20-30 ນາທີ. ສາມາດໃຊ້ ຈອງ ຫລື ບ່ວງໄມ້ ເປີດເຕົາອົບປະໄວ້.

12. ຫລັງຈາກ 20-30 ນາທີ ຜ່ານໄປ ເມື່ອເຕົາອົບເຢັນລົງ, ສັງເກດໄດ້ວ່າ ເຂົ້າໜົມ ຈະຍຸບລົງໜ້ອຍໜຶ່ງ.

13. ເອົາອອກ ຈາກເຕົາອົບ. ຄ່ອຍໆ ແກະ ອອກຈາກ ຖາດ ໂດຍການ ດຶງໆ ແກະໆ ທາງຂອບອ້ອມໆ ຈົນໃຫ້ເຫັນກົ້ນຖາດ . ເຮັດແບບດຽວກັນກັບ ສ່ວນໃຈກາງມັນ. ໃຊ້ ມີດ ທາເນີຍ ຊ່ອຍ ແກະກະໄດ້. ແລ້ວ ກະປີ້ນ ຖາດຂວໍ້າລົງ ໃສ່ຈານໃຫຍ່.

14. ເມື່ອ ເອົາເຂົ້າໜົມ ອອກແລ້ວ ມັນຈະເປັນດັ່ງຮູບ:)

15. ຖ້າ 30-60 ນາທີ ຈຶ່ງຕັດເສີບ ເພາະມັນຈະງາມ ;-) ຖ້າ ໃຜ ໄດ້ລອງເຮັດສູດນີ້ ແລ້ວ ມາບອກ ກັນແດ່ເດີ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ