ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດຂົ້ວ/ຜັດ

ອົບໝູຫວານ ກັບກຸ້ງນ້ອຍ

(0 ໂຫວດ) • ໂດຍ nuocmamafoods

4 ຄົນ · ງ່າຍ · 30 ນາທີ · ປານກາງ

ໃຜຢາກກິນນຳແດ່? ຫິ້ວເຂົ້້າຈ້າວ ມາພ້ອມເດີ :) ອົບໝູ ສາມຊັ້ນ ກັບ ກຸ້ງນ້ອຍ. ເຮັດງ່າຍ ແຕ່ແຊບ. ສູດຈາກ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ວິທີເຮັດ

1. ກະກຽມຕົ້ມໝູ. ຄືໃຫ້ຕົ້ມໃສ່ນ້ຳຮ້ອນ ປະມານ 2-4 ນາທີ. ຖອກນ້ຳອອກ ແລ້ວ ປະໄວ້.

2. ຕັ້ງໝໍ້ກະທະ, ໃສ່ນ້ຳມັນ ແລະ ກະທຽມສັບ. ຂົ້ວຈົນກະທຽມເຫລືອງ.

3. ໃສ່ ເຄື່ອງປຸງທັງໝົດລົງ ແລະ ຄົນໃຫ້ເຂົ້າກັນ. ຕົ້ມໃຫ້ມັນຟົດ.

4. ໃສ່ ໝູສາມຊັ້ນ ທີ່ກຽມໄວ້ ແລະ ອ່ອນໄຟລົງປານກາງ .

5. ປົກຝາໝໍ້ໄວ້ 15 ນາທີ. ຄົນ ທຸກໆ 5 ນາທີ.

6. ໃສ່ກຸ້ງ ແລະ ບໍ່ປິດຝາ ຂ້ຽວໄປ ຕໍ່ 10-15 ນາທີ. ຊີມລົດໃຫ້ ພໍດີ.

7. ຖ້າຢາກໃຫ້ ມັນຂຸ້ນຂຶ້້ນ , ແມ່ນໃຫ້ ຂ້ຽວຕໍ່ໄປ ແບບບໍ່ປິດຝາ. ແຕ່ຢ່າລືມໝັ່ນຄົນເລື້ອຍໆເດີ.

8. ໃສ່ ຫອມບົ່ວໃບຊອຍ (ຖ້າມັກ)

ເຄັດລັບ:

* ຖ້າເຈົ້າບໍ່ມີ ສີ ຄາລາເມວ , ໃຫ້ຂ້ຽວນ້ຳຕານໃສ່ນ້ຳມັນ ຈົນໃຫ້ມັນແດງ.

* ລະວັງ ຖ້ານ້ຳຕານໄໝ້ຫລາຍ ມັນຈະຂົມ. ຖ້າ ຂ້ຽວບໍ່ໄດ້ດົນ ພັດ ສີບໍ່ໄດ້ອີກ.

* ໃສ່ກະທຽມ ຈາກນັ້ນໃສ່ ຊີ້ນ . ຄົນໃຫ້ເຂົ້າກັນດີ ຈາກນັ້ນໃສ່ທຸກຢ່າງລົງຍົກເວັ້ນກຸ້ງ.

* ຖ້າໃຜບໍ່ມັກກຸ້ງ ບໍ່ໃສ່ ກະໄດ້ເດີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ