ໜ້າຫຼັກສູດອາຫານອາຫານຝລັ່ງປະເພດເຄັກ

ເຂົ້າໜົມໄຂ່ ແບບຝລັ່ງ

(1 ໂຫວດ) • ໂດຍ Chris

6 ຄົນ · ງ່າຍ · 60 ນາທີ · ຖືກ

ເຂົ້າໜົມໄຂ່ ແບບຝລັ່ງ ຫອມກິ່ນວານິລາ, ວິທີເຮັດ ແສນຈະງ່າຍ ແລະ ລົດຊາດ ຫອມ ນຸ່ມລະມຸນ, ບໍ່ຫວານ ເຫມາະສຳລັບ ທຸກເພດທຸກໄວ. ເປັນກິດຈະກຳ ດີສຸດຍອດ ທີ່ເຮັດໄດ້ກັບລູກໆ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຊັ່ງໄຂ່ທັງເປືອກກ່ອນ, ແລ້ວ ຊັ່ງ ເບີ, ນ້ຳຕານ, ແລະແປ້ງ ໃຫ້ສ່ຳກັນ (ຄວາມໝາຍກະຄື ມີສ່ວນປະສົມ 4 ຢ່າງ ທີ່ ຕ້ອງແບ່ງໃຫ້ເທົ່າກັນ ນັ້ນເອງ).

2. ແຍກໄຂ່ ເຫລືອງ ແລະ ຂາວອອກ ໃສ່ຄົນລະຖ້ວຍ, ຈາກນັ້ນ ຕີໄຂ່ຂາວໃຫ້ຟູຂຶ້້ນ ແລ້ວປະໄວ້ ທາງຂ້າງ.

3. ເອົາຊາມມາ ຕີ ໄຂ່ແດງ ກັບນ້ຳຕານ ແລະ ເກືອ ຢິບມືໜຶ່ງ, ໃສ່ ເບີ ທີ່ລະລາຍ ແລ້ວ ລົງໄປຄົນໃສ່, ຕາມດ້ວຍ ແປ້ງ ລົງໄປປະສົມເຂົ້າກັນດີ.

4. ໃສ່ ໄຂ່ຂາວທີ່ຕີປະໄວ້ແລ້ວນັ້ນ ລົງໄປຊາມໄຂ່ແດງ ແລະ ແປ້ງນັ້ນ. ເທື່ອນີ້ ຄ່ອຍໆຄົນ ເພາະວ່າ ບໍ່ໃຫ້ ມັນແຕກອອກຈາກກັນ.

5. ໃສ່ ກິ່ນ ວະນິລາລົງໄປ ຈັກ 2 ຫາ 3 ຢົດ ຫລື ຈະໃສ່ນ້ຳໝາກນາວ ແລະ ຂູດຜິວໝາກນາວໃສ່ ແທນກະໄດ້.

6. ເທແປ້ງເຂົ້າໜົມ ນັ້ນ ລົງໃສ່ຖາດອົບເຄັກ, ນຳໄປອົບ 45 ນາທີ ທີ່ ອຸນນະພູມ 160°C.

ເຊີນແຊບໄດ້ເລີຍ :)


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ